ປະ​ທານາ​ທິ​ບໍ​ດີ Venezuela Nicolas Maduro ປະ​ຕິ​ເສດທຸກ​ຄຳ​ກ່າວ​ຫາ​ຂອງ​ສານ ອາ​ເມ​ລິ​ກາ

(VOVWORLD) - ບັນດາຜູ້ຕາງໜ້າຂອງ ລັດເຊຍ, ຈີນ ແລະ ໂກລົມບີ ໄດ້ກ່າວປະນາມບັ້ນຮົບການທະຫານຂອງ ອາເມລິກາ ແມ່ນຜິດກົດໝາຍ.
ປະ​ທານາ​ທິ​ບໍ​ດີ Venezuela Nicolas Maduro ປະ​ຕິ​ເສດທຸກ​ຄຳ​ກ່າວ​ຫາ​ຂອງ​ສານ ອາ​ເມ​ລິ​ກາ - ảnh 1

(ພາບ: REUTERS/Adam Gray )

   ວັນທີ 05 ມັງກອນ (ຕາມເວລາ ອາມເລິກາ), ຢູ່ວາລະພິພາກສາທຳອິດທີ່ສານສະຫະລັດ Manhattan,  ຢູ່ New York, ທ່ານ Nicolas Maduro ປະທານານິບໍດີ Venezuela ຖະແຫຼງວ່າບໍ່ມີໂທດ ແລະ ເລື່ອງທ່ານມີໜ້າຢູ່ສານແມ່ນຖືກລອບຈັບຕົວ. ທ່ານ Maduro ຢືນຢັນວ່າ ທ່ານຍັງແມ່ນປະທານາທິບໍດີຂອງປະເທດ Venezuela. ທ່ານນາງ Cilia Flores, ພັນລະຍາຂອງທ່ານ Maduro, ກໍ່ໄດ້ຖະແຫຼງບໍ່ມີໂທດ. ນອກຈາກນັ້ນ, ທ່ານ Maduro ແລະ ພັນລະຍາຍັງໄດ້ຮຽກຮ້ອງຈະໄດ້ພົບປະກັບຜູ້ຕາງໜ້າສະຖານກົງສູນເພື່ອປົກປ້ອງຕົວເອງ. ວາລະພິພາກສາທຳອິດແກ່ຍາວປະມານ 30 ນາທີ ແລະ ວາລະພິພາກສາຄັ້ງຕໍ່ໄປຈະຖືກດຳເນີນໃນວັນທີ 17 ມີນາຈະມາເຖິງ.

  ໃນບົດກ່າວໂທດໂດຍຫ້ອງການໄອຍະການສະຫະລັດເມືອງ New York ໄດ້ຍົກອອກມາ, ອຳນາດການປົກຄອງ ອາເມລິກາ ໄດ້ສັ່ງຟ້ອງຂຶ້ນສານທ່ານ Maduro ດ້ວຍ 4 ໂທດກຳຄື: ມີກົນອຸບາຍກໍ່ການຮ້າຍຢາເສບຕິດ, ນຳເຂົ້າ cocaine, ເກັບໂຮມສະສົມ ແລະ ມີກົນອຸບາຍເກັບໂຮມສະສົມປືນຈັກ ແລະ ບັນດາວັດຖຸລະເບີດ.

   ບັນດາຜູ້ຕາງໜ້າຂອງ ລັດເຊຍ, ຈີນ ແລະ ໂກລົມບີ ໄດ້ກ່າວປະນາມບັ້ນຮົບການທະຫານຂອງ ອາເມລິກາ ແມ່ນຜິດກົດໝາຍ ແລະ ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດກົດໝາຍສາກົນ ແລະ ກົດບັດ ສປຊ.

  ໃນເຫດການທີ່ກ່ຽວຂ້ອງ, ວັນທີ 5 ມັງກອນ, ທ່ານນາງ Delcy Rodríguez ຮອງປະທານາທິບໍດີໄດ້ສາບານຕົວຮັບດຳລົງຕຳແໜ່ງຮັກສາການປະທານາທິບໍດີ Venezuela. ສະພາແຫ່ງຊາດ Venezuela ກໍ່ໄດ້ແຕ່ງຕັ້ງທ່ານ Jorge Rodríguez ສືບຕໍ່ດຳລົງຕຳແໜ່ງປະທານສະພາແຫ່ງຊາດຄືນໃໝ່. ບັນດາການກະທຳດັ່ງກ່າວໄດ້ຮັບການຕີລາຄາວ່າແມ່ນຄວາມມານະພະຍາຍາມຂອງອຳນາດການປົກຄອງ Venezuela ເພື່ອແນໃສ່ຮັກສາສະຖຽນລະພາບດ້ານການເມືອງ ແລະ ຮັບປະກັນການເຄື່ອນໄຫວຢ່າງຕໍ່ເນື່ອງຂອງກົງຈັກລັດ ໃນສະພາບການພາຍໃນປະເທດ ແລະ ພາກພື້ນພວມມີການຜັນແປຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ