ປະທານາທິບໍດີ ຊີຣີ ໄດ້ປະກົດຕົວໃນໂທລະ ພາບຄືນໃໝ່
ທ່ານປະທານາທິບໍດີ Bashar Al Assad
(ພາບ: ອີນເຕີເນັດ)
(vovworld) - ວັນທີ 7/8, ໂທລະພາບແຫ່ງຊາດ ຊີຣີ ໄດ້ແຜ່ພາບທ່ານປະທານາທິບໍດີ Bashar Al Assad ໃຫ້ການຕ້ອນຮັບຫົວໜ້າສະພາຄວາມໝັ້ນຄົງແຫ່ງຊາດສູງສຸດ ອີຣານ Gialili ຢູ່ນະຄອນຫຼວງ Damascus. ທ່ີການພົບປະ, ທ່ານ Gialili ຖະແຫຼງວ່າ: ອີຣານ ເຊື່ອໝັ້ນວ່າ: ການໂອ້ລົມສົນທະນາຊົນຊາດລະຫວ່າງທຸກໆຝ່າຍພາຍໃນປະເທດ ຢູ່ ຊີຣີ ຈະແມ່ນມາດຕະການແກ້ໄຂວິກິດການໃນປະຈຸບັນຢູ່ປະເທດນີ້ ແລະ ບັນດາມາດຕະການໂດຍພາຍນອກສະເໜີແມ່ນບໍ່ສາມາດຊ່ວຍປັບປຸງສະພາບການຢູ່ປະເທດນີ້ໄດ້. ຄຳຢັ້ງຢືນນີ້ຂອງວົງການເຈົ້າໜ້າທີ່ ອີຣານ ກໍໄດ້ຮັບການເນັ້ນໜັກຈາກທ່ານນາງລັດຖະມົນຕີການຕ່າງປະເທດ ອາເມລິກາ Hilary Clinton ເນື່ອງໃນໂອກາດທີ່ທ່ານນາງມາຢ້ຽມຢາມ ອາບຝຣີກາ ໃຕ້ໃນວັນທີ 7/8. ຕາມທ່ານນາງລັດຖະມົນຕີການຕ່າງປະເທດ ອາເມລິກາ ແລ້ວ, ບໍ່ຄວນປະໃຫ້ວິກິດການຢູ່ ຊີຣີ ຕົກເຂົ້າສູ່ບັ້ນຮົບລະຫວ່າງບັນດາພັກຝ່າຍສາສະໜາ. ທ່ານນາງ Clinton ກໍຮຽກຮ້ອງໃຫ້ປະຊາຄົມໂລກຄວນສົມທົບກັນໂດຍໄວ ເພື່ອແນໃສ່ມຸ້ງໄປເຖິງແຜນການມອບໂອນປະຊາທິປະໄຕ ຢູ່ ຊີຣີ ຢ່າງສະດວກສະບາຍ.