ປະທານາທິບໍດີ ຕວກກີ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ

(VOVWORLD) - ວັນທີ 02 ກໍລະກົດ ຢູ່ນະຄອນ Istanbul, ທ່ານປະທານາທິບໍດີ ຕວກກີ Tayyip Erdogan ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ Sergei Shoigu 

ໃນສະພາບການຄວາມເຄັ່ງຕຶງພວມປີນຂັ້ນໄດຢູ່ເຂດຊາຍແດນ ຊີຣີ ລະຫວ່າງພົນທະຫານ ຕວກກີ ແລະ ບັນດາມືປືນຊາວ Kurd. ເຖິງຢ່າງໃດກໍ່ຕາມ, ເນື້ອໃນລະອຽດຂອງການພົບປະເຈລະຈາບໍ່ໄດ້ເປີດເຜີຍ. ໄລຍະຜ່ານມານີ້, Ankara ແລະ Moscow ບໍ່ເຫັນດີເຫັນພ້ອມຕໍ່ການປະທະກັນຢູ່ ຊີຣີ. ຕວກກີ ຢາກໂຄ່ນລົ້ມປະທານາທິບໍດີ ຊີຣີ Bashar Al Assad ໃນຂະນະນັ້ນ ລັດເຊຍ ພັດຢາກຮັກສາພັນທະມິດສະໜິດສະໜົມກັບ ຊີຣີ.


ຕອບກັບ

ຂ່າວ/ບົດ​ອື່ນ