ປະທານາທິບໍດີ ປານາມາ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງຈົບງາມ

ປະທານາທິບໍດີ ປານາມາ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງຈົບງາມ - ảnh 1
ປະທານາທິບໍດີ ປາ​ນາມາ Ricardo Martinelli ພົບປະກັບທ່ານ ເລ​ຂາ​ທິການ​ໃຫຍ່​ພັກ​ກອມ​ມູນິດ ຫວຽດນາມ Nguyen Phu Trong
ພາບ: internet

(vovworld) - ວັນ​ທີ 27/10 ປະທານາທິບໍດີ ປາ​ນາມາ, Ricardo Martinelli ອອກ​ເດີນທາງ​ຈາກ​ຮ່າ​ໂນ້ຍ ສິ້ນ​ສຸດ​ການ​ຢ້ຽມຢາມ​ຫວຽດນາມຢ່າງ​ເປັນ​ທາງ​ການ ຢ່າງ​ຈົບງາມ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ ຫວຽດນາມ, ປະທານາທິບໍດີ ປາ​ນາມາ ​ໄດ້​ມີ​ການ​ເຈລະຈາ​ກັບ​ປະທານ​ປະ​ເທດ Truong Tan Sang, ​ເຂົ້າ​ຢ້ຽມ​ຂຳ່ນັບ, ພົບ​ປະ​ແລກປ່ຽນ​ຄຳ​ເຫັນກັບ​ທ່ານ ເລ​ຂາ​ທິການ​ໃຫຍ່​ພັກ​ກອມ​ມູນິດ ຫວຽດນາມ Nguyen Phu Trong ​, ນາຍົກລັັດຖະມົນຕີ ຫວຽດນາມ Nguyen Tan Dung ​ແລະ ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ແລະ ​ເປັນ​ສັກ​ຂິພິຍານ​ພິທີ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມືດ້ານ​ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ ​ແລະ ບົດ​ບັນທຶກ​ຊ່ວຍ​ຈຳ​ສ້າງ​ກົນ​ໄກ​ທາ​ບທາມ​ຄຳ​ເຫັນ​ດ້ານ​ກາ​ນ​ເມືອງ​ລະຫວ່າງ​ສອງ​ກະຊວງ​ການ​ຕ່າງປະ​ເທດ. ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ​ນັ້ນ, ການ​ນຳ​ພັກ, ລັດ ຫວຽດນາມ ປາດ​ຖະຫນາ​ຢາກ​ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ ປາ​ນາມາ ​ແລະ ສະ​ເຫ​ນີລັດຖະບານ ປາ​ນາມາ ສືບ​ຕໍ່​ສົ່ງ​ເສີມ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ ປາ​ນາມາ ລົງທຶນ​ຢູ່ ຫວຽດນາມ, ຫນູນ​ຊ່ວຍ​ວິ​ສາ​ຫະກິດ ຫວຽດນາມ ລົງທຶນ ຢູ່ ປາ​ນາມາ ​ໃນ​ບັນດາ​ຂົງ​ເຂດ​ກໍ່ສ້າງ, ຕໍ່ ​ແລະ ສ້ອມ​​ແປງ​ກຳ​ປັ່ນ, ຜະລິດ​ສິນຄ້າ​ສົ່ງ​ອອກ, ​ເປີດ​ປະຕູ​ເພື​່ອ​ໃຫ້​ສິນຄ້າ​ຫວຽດນາມ​ສົ່ງ​ໄປ​ຂາຍ​ຢູ່ຕະຫລາດ ປາ​ນາມາ.  ການ​ນຳສອງ​ປະ​ເທດ​ກໍ​ແລກປ່ຽນ​ບັນດາ​ບັນຫາ​ສາກົນ ​ແລະພາກພື້ນ​ຊຶ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ