ປະທານາທິບໍດີ ຢູແກຼນ ໄປຍັງ ອາເມລິກາ ເພື່ອກະຕຸກຊຸກຍູ້ບັນຫາ ໃຫ້ການຊ່ວຍເຫຼືອ

(VOVWORLD) -   ໃນຖະແຫຼງການເມື່ອວັນທີ 10 ທັນວາ, ທ່ານ Karine Jean – Pierre, ໂຄສົກຂອງທຳນຽບຂາວ ໃຫ້ຮູ້ວ່າ: ທີ່ການເຈລະຈາ, ຄາດວ່າ, ທ່ານປະທານາທິບໍດີ ອາເມລິກາ ແລະ ຄູ່ຕຳແໜ່ງ ຢູແກຼນ
 
ປະທານາທິບໍດີ ຢູແກຼນ ໄປຍັງ ອາເມລິກາ ເພື່ອກະຕຸກຊຸກຍູ້ບັນຫາ ໃຫ້ການຊ່ວຍເຫຼືອ - ảnh 1ການພົບປະລະຫວ່າງປະທານາທິບໍດີ 2 ປະເທດ ຢູແກຼນ ແລະ ອາເມລິກາ ໃນເດືອນ ກັນຍາ 2023
(ພາບ: AFP/TTXVN)

ວັນທີ 12 ທັນວາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ເຊີນທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄປຍັງນະຄອນຫຼວງ ວໍຊິງຕັນ ເພື່ອຈະດຳເນີນການເຈລະຈາ, ໃນສະພາບການພັກ ປະຊາທິປະໄຕ ພວມມານະພະຍາຍາມເພື່ອບັນລຸໄດ້ຂໍ້ຕົກລົງທີ່ສະພາແຫ່ງຊາດ ເພື່ອແນໃສ່ສະໜອງບ້ວງເງິນຊ່ວຍເຫຼືອເພີ່ມເຕີມໃຫ້ ກີແອັບ.

        ໃນຖະແຫຼງການເມື່ອວັນທີ 10 ທັນວາ, ທ່ານ Karine Jean – Pierre, ໂຄສົກຂອງທຳນຽບຂາວ ໃຫ້ຮູ້ວ່າ: ທີ່ການເຈລະຈາ, ຄາດວ່າ, ທ່ານປະທານາທິບໍດີ ອາເມລິກາ ແລະ ຄູ່ຕຳແໜ່ງ ຢູແກຼນ ຈະປຶກສາຫາລືກ່ຽວກັບບັນດາຄວາມຕ້ອງການທີ່ຈຳເປັນຂອງ ຢູແກຼນ ໃນປະຈຸບັນ ແລະ ຄວາມສຳຄັນຂອງບັນດາມາດຕະການໜູນຊ່ວຍຂອງ ວໍຊິງຕັນ ສຳລັບ ກີແອັບ ໃນໄລຍະເວລານີ້.

        ນີ້ກໍ່ແມ່ນການຢ້ຽມຢາມ ອາເມລິກາ ຄັ້ງທີ 3 ຂອງປະທານທິບໍດີ ຢູແກຼນ ໄປອາເມລິກາ ນັບແຕ່ເວລາເກີດການປະທະກັນລະຫວ່າງ ລັດເຊຍ - ກີແອັບ ເລີ່ມແຕ່ເດືອນ ກຸມພາ 2022. ໃນຂອບເຂດການຢ້ຽມຢາມ, ທ່ານ Zelensky ກໍ່ຈະມີການພົບປະກັບການນຳ ສະພາແຫ່ງຊາດ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ