ປະທານາທິບໍດີ ລັດເຊຍ Vladimir Putin ຢ້ຽມຢາມ ຝຣັ່ງ ຢ່າງເປັນທາງການ

(VOVWORLD) - ວັນທີ 19 ສິງຫາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ເດີນທາງໄປຢ້ຽມຢາມ ຝຣັ່ງ ຢ່າງເປັນທາງການ ເພື່ອແນໃສ່ປຶກສາຫາລືສະພາບຕົວຈິງ 2 ຝ່າຍ ແລະ ບັນດາບັນຫາສະຖານະການການເມືອງສາກົນສຳຄັນ. ນີ້ແມ່ນການຢ້ຽມຢາມ ຝຣັ່ງ ຢ່າງເປັນທາງການຄັ້ງທຳອິດຂອງທ່ານປະທານາທິບໍດີ Vladimir Putin ນັບແຕ່ເມື່ອທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ໄດ້ຮັບໄຊຊະນະໃນການເລືອກຕັ້ງ.

      ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Yuri Ushakov ຜູ້ຊ່ວຍວຽກປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ Vladimir Putin ຈະປຶກສາຫາລືກັບຄູ່ຕຳແໜ່ງປະເທດເຈົ້າພາບ Emmanuel Macron ກ່ຽວກັບບັນດາມາດຕະການປັບປຸງການພົວພັນ 2 ຝ່າຍ, ເຊິ່ງໄດ້ມີການພັດທະນາຢ່າງຕັ້ງໜ້າໃນໄລຍະມໍ່ໆມານີ້. ການນຳ 2 ປະເທດກໍ່ຈະແລກປ່ຽນຄຳເຫັນກ່ຽວກັບບັນດາບັນຫາສາກົນສຳຄັນ ໃນນັ້ນ ມີການຮັບປະກັນຄວາມໝັ້ນຄົງຢູ່ ເອີຣົບ ແລະ ການຮ່ວມມືລະຫວ່າງ ລັດເຊຍ ແລະ ສະຫະພາບ ເອີຣົບ (ອີຢູ), ແຜນການດຳເນີນງານຮ່ວມຮອບດ້ານ (JCPOA), ວິກິດການຢູ່ ຊີຣີ, ຢູແກຼນ, ລີບີ…

        ຕາມວົງການນັກໄຈ້ແຍກແລ້ວ, ການພົວພັນລະຫວ່າງ ມົດສະກູ ແລະ ປາຣີ ພວມຄ່ອຍໆດີຂຶ້ນ ເມື່ອບັນດາການພົບປະລະຫວ່າງ 2 ຝ່າຍ, ພິເສດແມ່ນການພົບປະຂັ້ນສູງ ນັບມື້ນັບກາຍເປັນການພົບປະຢ່າງປະຈຳກ່ວາເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ