ປະທານາທິບໍດີ ລັດເຊຍ ຖະແຫຼງຢາກເຈລະຈາກັບ ອາເມລິກາ ກ່ຽວກັບ INF

(VOVWORLD) - ວັນທີ 11 ພະຈິກ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖະແຫຼງວ່າ ມົດສະກູ ປາດຖະໜາຢາກຟື້ນຟູການເຈລະຈາ ກັບ ວໍຊິງຕັນ ກ່ຽວກັບສົນທິສັນຍາບັນດາກຳລັງນິວເຄຼຍໄລຍະກາງ (INF) ສະໄໝສົງຄາມເຢັນຢ່າງຄົບຖ້ວນ.
ປະທານາທິບໍດີ ລັດເຊຍ ຖະແຫຼງຢາກເຈລະຈາກັບ ອາເມລິກາ ກ່ຽວກັບ INF - ảnh 1 ທ່ານປະທານາທິບໍດີ Donald Trump ແລະ ທ່ານປະທານາທິບໍດີ Vladimir Putin ທີ່ກອງປະຊຸມສຸດຍອດ Helsinki  ພາບ: AFP/ TTXVN  

ກ່າວຄຳເຫັນໃນຊ່ອງໂທລະພາບ RT France, ການນຳ ລັດເຊຍ ໃຫ້ຮູ້ວ່າ: ທ່ານອາດຈະພົບກັບຄູ່ຕຳແໜ່ງຢູ່ນອກກອງປະຊຸມສຸດຍອດບັນດາປະເທດພັດທະນາ ແລະ ຫາກໍ່ພົ້ນເດັ່ນ G20 ຢູ່ ອາກຊັງຕິນ, ເຊິ່ງຄາດວ່າຈະດຳເນີນໃນທ້າຍເດືອນ ພະຈິກ ນີ້.

       ໃນເດືອນ ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດວ່າ ວໍຊິງຕັນ ຈະຖອນຕົວອອກຈາກ INF ດ້ວຍການກ່າວຫາ ມົດສະກູ ລະເມີດບັນດາມາດຕາໃນຂໍ້ຕົກລົງ INF. ເຖິງຢ່າງໃດກໍ່ຕາມ, ຝ່າຍ ລັດເຊຍ ພັດຢັ້ງຢືນວ່າ ມົດສະກູ ໄດ້ເຄົາລົບ INF ຢ່າງເຂັ້ມງວດ, ໃນຂະນະທີ່ ອາເມລິກາ ກໍ່ເຄີຍລະເມີດຂໍ້ຕົກລົງ.

       ຂໍ້ຕົກລົງ INF ໂດຍ ອາເມລິກາ ແລະ ລັດເຊຍ ລົງນາມໃນວັນທີ 08 ທັນວາ 1987. ຕາມນັ້ນແລ້ວ, 2 ຝ່າຍໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະບໍ່ຜະລິດ, ທົດລອງ, ຜັນຂະຫຍາຍບັນດາລູກສອນໄຟນຳວິຖີ ແລະ ລູກສອນໄຟນຳວິຖີໜ້າດິນໄລຍະກາງ ແລະ ໄລຍະສັ້ນ (ແຕ່ 500 ກມ - 5.500 ກມ).

ຕອບກັບ

ຂ່າວ/ບົດ​ອື່ນ