ປະທານາທິບໍດີ ສ ເກົາຫຼີ ໄປຍັງ ພຽງຢາງ ເຂົ້າຮ່ວມການພົບປະລະຫວ່າງ ສ ເກົາຫຼີ ແລະ ສປປ ເກົາຫຼີ ຄັ້ງທີ 3

(VOVWORLD) - ການນຳ ສປປ ເກົາຫຼີ Kim Jong – un ໄດ້ສ້າງຄວາມປະຫຼາດໃຈອັນໃຫຍ່ຫຼວງເມື່ອໄດ້ພ້ອມກັບພັນລະຍາເຊິ່ງແມ່ນທ່ານນາງ Ri Sol – ju ໄປຮັບທ່ານປະທານາທິບໍດີ ສ ເກົາຫຼີ Moon Jae – in ຢູ່ສະໜາມບິນ.
ປະທານາທິບໍດີ ສ ເກົາຫຼີ ໄປຍັງ ພຽງຢາງ ເຂົ້າຮ່ວມການພົບປະລະຫວ່າງ  ສ ເກົາຫຼີ ແລະ ສປປ ເກົາຫຼີ ຄັ້ງທີ 3 - ảnh 1ການຕ້ອນຮັບຢ່າງອົບອຸ່ນຂອງການນຳ ສປປ ເກົາຫຼີ ຕໍ່ການນຳ ສ ເກົາຫຼີ

ວັນທີ 18 ກັນຍາ, ທ່ານປະທານາທິບໍດີ ສ ເກົາຫຼີ Moon Jae – in ໄດ້ເດີນທາງອອກຈາກນະຄອນຫຼວງ ເຊີອູນ, ໄປຍັງ ພຽງຢາງ ເຂົ້າຮ່ວມການພົບປະສຸດຍອດລະຫວ່າງ ສ ເກົາຫຼີ ແລະ ສປປ ເກົາຫຼີ ຄັ້ງທີ 3 ກັບການນຳ Kim Jong –un. ຮ່ວມເດີນທາງກັບທ່ານຍັງມີຄະນະປະຕິບັດງານເຊິ່ງລວມມີເຈົ້າໜ້າທີ່ ແລະ ພາລະກອນ ພ້ອມກັບການນຳວິສາຫະກິດແຖວໜ້າຂອງປະເທດນີ້ປະມານ 110 ຄົນ.

        ການນຳ ສປປ ເກົາຫຼີ Kim Jong – un ໄດ້ສ້າງຄວາມປະຫຼາດໃຈອັນໃຫຍ່ຫຼວງເມື່ອໄດ້ພ້ອມກັບພັນລະຍາເຊິ່ງແມ່ນທ່ານນາງ Ri Sol – ju ໄປຮັບທ່ານປະທານາທິບໍດີ ສ ເກົາຫຼີ Moon Jae – in ຢູ່ສະໜາມບິນ. ຢູ່ສະໜາມບິນ Sunan ທີ່ພຽງຢາງ, ມີປະຊາຊົນ ສປປ ເກົາຫຼີ ຫຼາຍຮ້ອຍຄົນຈັບດອກໄມ້ຢືນຢູ່ລຽບຕາມພົມແດງດ້ານຫຼັງຂອງກອງກຽດຕິຍົດເພື່ອຂ່ຳນັບຮັບຕ້ອນທ່ານປະທານາທິບໍດີ Moon Jae – in. ບັນດາຮູບພາບທີ່ ຖ່າຍທອດສົດທາງໂທລະພາບໄດ້ສະແດງໃຫ້ເຫັນວ່າ, ນ້ອງສາວຂອງການນຳ Kim Jong –un ກໍ່ມີໜ້າຢູ່ສະໜາມບິນເພື່ອຕ້ອນຮັບການນຳ  Moon Jae –in.

        ຕາມແຜນການແລ້ວ, ບັນດາເຫດການໃຫຍ່, ໃນນັ້ນມີການພົບປະລະຫວ່າງການນຳ 2 ທ່ານຈະໄດ້ຖ່າຍທອດສົດ. ການນຳສອງທ່ານຈະມີການເຈລະຈາໃນວັນທີ 18 ແລະ 19 ກັນຍາ ເຊິ່ງສຸມໃສ່ 3 ເນື້ອໃນໃຫຍ່ຄື: ການປັບປຸງ ແລະ ການພັດທະນາການພົວພັນລະຫວ່າງ ສ ເກົາຫຼີ ແລະ ສປປ ເກົາຫຼີ, ຊຸກຍູ້ການໂອ້ລົມສົນທະນາ ລະຫວ່າງອາເມລິກາ - ສປປ ເກົາຫຼີ ເພື່ອແນໃສ່ການປອດນິວເຄຼຍ ແລະ ຫລຸດຜ່ອນຄວາມເຄັ່ງຕຶງດ້ານການທະຫານລະຫວ່າງ ສ ເກົາຫຼີ ແລະ ສປປ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ