ປະທານາທິບໍດີ ສ.ເກົາຫຼີ ຮູ້ກ່ອນຂໍ້ມູນຂ່າວກ່ຽວກັບເຫດຍິງທົດລອງລູກສອນໄຟຂອງ ສປປ.ເກົາຫຼີ

(VOVWORLD) - ວັນທີ 30 ກໍລະກົດ, ທຳນຽບປະທານາທິບໍດີ ສ.ເກົາຫຼີ ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ Moon Jae-in ໄດ້ຮັບຂໍ້ມູນຂ່າວຈາກສືບລາຊະການລັບກ່ຽວກັບເລື່ອງ ສປປ.ເກົາຫຼີ ໃກ້ຈະດຳເນີນເຫດທົດລອງລູກສອນໄຟນຳວິຖີຂ້າມທະວີບ (ICBM) ຄັ້ງທີ 2, ກ່ອນທີ່ ພຽງຢາງ ດຳເນີນເຫດທົດລອງເປັນເວລາ 2 ວັນ
ປະທານາທິບໍດີ ສ.ເກົາຫຼີ ຮູ້ກ່ອນຂໍ້ມູນຂ່າວກ່ຽວກັບເຫດຍິງທົດລອງລູກສອນໄຟຂອງ ສປປ.ເກົາຫຼີ - ảnh 1(ພາບປະກອບ) 

ໂຄສົກທຳນຽບປະທານາທິບໍດີ ທ່ານ Yoon Young-chan ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ Moon Jae-in ໄດ້ຮັບລາຍງານໃນວັນທີ 26 ກໍລະກົດ ກ່ຽວກັບເຫດທົດລອງສາມາດດຳເນີນໄປຢູ່ເຂດ Mupyong-ri ແຂວງ Jagang, ພາກເໜືອ ສປປ.ເກົາຫຼີ. ພາຍຫລັງເຫດທົດລອງ, ທ່ານປະທານາທິບໍດີ Moon Jae-in ຮຽກຮ້ອງດຳເນີນການປຶກສາຫາລື ແນໃສ່ສືບຕໍ່ຜັນຂະຫຍາຍລະບົບປ້ອງກັນຕ້ານລູກສອນໄຟໄລຍະສູງໄລຍະສຸດທ້າຍ (THAAD) ຂອງ ອາເມລິກາ ຢູ່ປະເທດນີ້. ສ.ເກົາຫຼີ ແລະ ອາເມລິກາ ກໍ່ດຳເນີນການຊ້ອມຮົບລູກສອນໄຟນຳວິຖີຍິງລູກແທ້. ອາເມລິກາ ຈັດສົ່ງເຮືອບິນຖິ້ມລະເບີດ B1-B 2 ລຳ ໄປຍັງ ສ.ເກົາຫຼີ ເພື່ອແນໃສ່ກ່າວເຕືອນ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ