ປະທານາທິບໍດີ ອັກຊັງຕີນ ຢ້ຽມຢາມຫວຽດນາມ

ປະທານາທິບໍດີ ອັກຊັງຕີນ ຢ້ຽມຢາມຫວຽດນາມ - ảnh 1
ທ່ານ​ນາງ​ປະທານາທິບໍດີ ສາທາ​ລະນະ​ລັດ ອັກ​ຊັງ​ຕີນ Cristina Fernandez de Kirchner
​ແລະ ທ່ານ ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ
(ພາບ: truongtansang.net)

(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ທ່ານ​ນາງ​ປະທານາທິບໍດີ ສາທາ​ລະນະ​ລັດ ອັກ​ຊັງ​ຕີນ Cristina Fernandez de Kirchner ​ໄດ້ຢ້ຽມຢາມ​ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 18 -21/1. ຕອນ​ເຊົ້າ​ວັນ​ທີ 21/1, ພາຍຫຼັງ​ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ, ການ​ນຳ 2 ປະ​ເທດ​​ໄດ້ດຳ​ເນີນ​ການ​ເຈ​ລະ​ຈາ.

        ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ: ຍາມ​ໃດ ຫວຽດນາມ​ ກໍ່​ຖື​ເປັນ​ສຳຄັນ ​ແລະ ປາ​ຖະ​ໜາ​ຢາກ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ມີ​ລັກສະນະ​ຍຸດ​ທະ​ສາດ ກັບ ອັກ​ຊັງ​ຕີນ ​ເລີກ​ເຊິ່ງກ່ວາ​ອີກ. ທ່າ​ນນາງ​ປະທານາທິບໍດີ Cristina Fernandez de Kirchner  ຢືນຢັນ​ວ່າ: ອັກ​ຊັງ​ຕີນ ຖື​ເປັນ​ສຳຄັນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ນະ​ໂຍບາຍ​ມຸ້ງ​ໄປ​ສູ່ ອາຊີ - ປາຊີ​ຟີ​ກ, ພິ​ເສດ​ແມ່ນ​ໃນ​ບັນດາ​ບັນ​ຫາ​ການ​ຄ້າ ​ແລະ ການ​ລົງທຶນ, ພະລັງງານ, ​ເຕັກ​​ໂນ​​ໂລ​ຢີ ຊີວະ​ພາບ.​​.​.​.​​

        ພາຍຫຼັງ​ການ​ເຈລະຈາ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ນາງ​ປະທານາທິບໍດີ ອັກ​ຊັງ​ຕີ​ນ Cristina Fernandez de Kirchner ມີ​ການ​ພົບ​ປະ​ກັບ​ວົງ​ການ​ນັກ​ຂ່າວ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ: ການ​ຢ້ຽມ​ຢາມ ຫວຽດນາມ ຂອງ​ທ່ານ​ນາງ​ປະທານາທິບໍດີ ​ອັກ​ຊັງ​ຕີ​ນ ຄັ້ງນີ້ ຈະ​ເປີດ​ກາລະ​ໂອກາດ​​ໃໝ່​ໃນ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ທ່ານ​ກ່າວ​ວ່າ:

“​ຮ່ວມ​ເດີນທາງ​ມາ ຫວຽດນາມ ກັບທ່ານ​ນາງ​ປະທານາທິບໍດີ ມີ​ຜູ້​ແທນ​ຂັ້ນ​ສູງ​ຫຼາຍ​ທ່ານ​ຂອງ ລັດຖະບານ ອັກ​ຊັງ​ຕີນ ​ແລະ ວິ​ສາ​ຫະກິດ​ອັນ​ດັບ​ໜຶ່ງ​ ກ່ວາ 200 ​ແຫ່ງ ​ອັນໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເລີກ​ເຊິ່ງຂອງ ອັກ​ຊັງ​ຕີນ ກ່ຽວ​ກັບ​ການ​ຊຸກຍູ້​ການ​​ພົວພັນ​ດ້ານ​ເສດຖະກິດ​ທີ່​ມີ​ຕໍ່​ ຫວຽດນາມ ຢ່າງ​ແທ້​ຈິງ. ການ​ຢ້ຽມຢາມ​ຂອງ ທ່ານ​ນາງ​ປະທານາທິບໍດີ ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງນ້ຳ​ໃຈ​ມິ​ດຕະພາບ​ຂອງ​ປະ​ເທດ​ຊາດ ​ແລະ ປະຊາຊົນ ອັກ​ຊັງ​ຕີນ ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ກາລະ​​ໂອກາດ​ເພື່ອ​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ - ການ​ລົງ​ທຶນ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະມ​າເຖິງ ອີກ​ດ້ວຍ.”

ຂ່າວ/ບົດ​ອື່ນ