ປະທານາທິບໍດີ ອີຍີບ ແຕ່ງຕັ້ງນາຍົກລັດຖະມົນຕີຄົນໃໝ່

ປະທານາທິບໍດີ ອີຍີບ ແຕ່ງຕັ້ງນາຍົກລັດຖະມົນຕີຄົນໃໝ່ - ảnh 1
ທ່ານ Hisham Qandil ລັດຖະມົນຕີຄົນ​ໃໝ່ຂອງອີ​ຍີບ
( ພາບອີນເຕີແນດ )


( vovworld ) -    ​ໂທລະພາບ​ແຫ່ງ​ລັດ​ອີ​ຍີບ​ ​ໃຫ້​ຂ່າວ​ວ່າ ວັນ​ທີ 24/7, ທ່ານ​ປະທານ​ນາ​ທິບໍດີ ອີ​ຍີບ Mohammed Morsi ​ໄດ້​ແຕ່ງ​ຕັ້ງທ່ານ Hisham Qandil ​ລັດຖະມົນຕີ​ແຫຼ່ງນ້ຳ​ ແລະ ຊົນ​ລະ​ປະທານ​ທີ່​ໃກ້​ຈະ​ໝົດ​ອາຍຸ​ການ​ຂອງ​ປະ​ເທດ​ນີ້ ​ເປັນ​ນາຍົກລັດຖະມົນຕີຄົນ​ໃໝ່​ຂອງ​ປະ​ເທດ​ນີ້, ພ້​ອມກັນ​ນັ້ນ​ໄດ້​ຮຽກຮ້ອງ​ໃຫ້​ທ່ານ Qandil ຈົ່ງ​ສ້າງ​ຕັ້ງ​ຄະນະ​ລັດຖະບານຊຸດ​ໃໝ່​ໂດຍ​ໄວ. ທ່ານ​ນາຍົກລັດຖະມົນຕີຄົນ​ໃໝ່ Qandil ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ລັດຖະມົນຕີ​​ແຫຼ່ງນ້ຳ ​ແລະ ຊົນ​ລະ​ປະທານ​​ເມື່ອ​ເດືອນ 7/2011, ​ໃນ​ວະ​ໄໝນາຍົກ​ລັດຖະມົນຕີ​ Essam Sharaf ​ໄດ້​ດຳ​ເນີນ​ການ​ປະຕິ​ຮູບ​ຄະນະ​ລັດຖະບານ. ທ່ານ Qandil ​ແມ່ນ​ສະມາຊິກ​ສະພາ​ຄົ້ນຄວ້າ​ນ້ຳ​ແຫ່ງ​ຊາດ, ຮັບຜິດຊອບ​ໜ້າ​ທີ່ຕຳ​ແໜ່​ງ​ສູງ​ໃນ​ກະຊວງ​ແຫຼ່ງນ້ຳ​ແລະ ຊົນ​ລະ​ປະທານ​ຂອງ​ອີ​ຍີບ.

ຂ່າວ/ບົດ​ອື່ນ