ປະທານາທິບໍດີ ອີຢີບ ບໍ່ປັບປຸງ ຖະແຫຼງລັດຖະທຳມະນູນສະບັບ ໃຫມ່

ປະທານາທິບໍດີ ອີຢີບ ບໍ່ປັບປຸງ ຖະແຫຼງລັດຖະທຳມະນູນສະບັບ ໃຫມ່ - ảnh 1
(ທ່ານ​ປະທານາທິບໍດີ Morsi)

(vovworld) - ຕອນ​ຄຳ່​ວັນ​ທີ 26/11, ​ໃນ​ແຈ້ງ​ການ​ສະບັບ​ຫນຶ່ງ ທ່ານ Yasser Ali ​ໂຄສົກ​ຂອງ​ປະທານາທິບໍດີ ອີ​ຢີບ ​ໃຫ້​ຮູ້​ວ່າ: ລັດຖະດຳລັດ​ສະບັບ​ທີ່​ຫາ​ກໍ​ປະກາດ​ໃຊ້​ຂອງ​ທ່ານ​ປະທານາທິບໍດີ Morsi ຈະ​ບໍ່​ປ່ຽນ​ແປງ ​ແລະ ຫາງ​ສຽງ​ອາດ​ຈະ​ມີ​ຄວາມ​ເຂົ້າ​ໃຈ​ຜິດ​ກ່ຽວ​ກັບ​ເອກະສານ​ສະບັບ​ດັ່ງກ່າວ. ​ແຈ້ງ​ການ​ຖືກ​ຍົກ​ອອກມາ​ພາຍຫລັງ​ການ​ປະຊຸມ​ລະຫວ່າງ​ປະທານາທິບໍດີ Morsi ​ແລະ ບັນດາ​ຜູ້​ພິພາກ​ສາ​ຂັ້ນ​ສູງ​ທີ່ກ່ຽວຂ້ອງ​ເຖິງ​ຄຳ​ຖະ​ແຫລ​ງປະກາດ​ລັດຖະທຳ​ມະນູນສະບັບ​ໃຫມ່ ​​ເຊິ່ງ​ໄດ້​ຮັບ​ການ​ປະກາດ​ໃຊ້​ໃນ​ອາທິດ​ຜ່ານ​ມາ. ທ່ານ Ali ​ເນັ້ນ​ຫນັກ​​ເຖິງ​ຄວາມ​ເຄົາລົບ​ຂອງ​ປະທານາທິບໍດີ Morsi ຕໍ່​ບັນດາ​ອົງການ​ຕຸລາການ ອີ​ຢີບ ກໍ​ຄື ສິດ​ເອກະລາດ​ຂອງ​ລະບົບ​ຕຸລາການ ​ແລະ ທ່ານ​ປະທານາທິບໍດີ Morsi ບໍ່​ຢາກ​​ມີ​ການປະ​ທະ​ກັນກັບ​ບັນ​ດາ​ອົງການ​ດັ່ງກ່າວ. ກ່ຽວຂ້ອງ​ເຖິງ​ຂໍ້​ມາດຕາ​ຮຽກຮ້ອງ​​ໃຫ້ພິພາກສາຄົນ​ບັນດາ​​ເຈົ້າ​ຫນ້າ​ທີ່​ຕຳຫລວດ ​ແລະ ອຳນາດ​ການ​ປົກຄອງ​ໃນ​ສະ​ໄຫມ Mubarack ດ້ວຍ​ການ​ຜູກ​ໂທດ​ວ່າໄດ້​ເຂັ່ນຂ້າ​ຜູ້​ແຫ່​ຂະ​ບວນປະ​ທ້ວງ, ທ່ານ Ali ​ເວົ້າ​ວ່າ,  ຂໍ້​ມາດຕາ​ນີ້ ພຽງ​ແຕ່​ຈະ​ຖືກ​ນຳ​ໃຊ້​​ສຳ​ລັບບັນດາ​ກໍລະນີ​ມີ​ຂໍ້​ມູນ​ຫລັກ​ຖານ​ໃຫມ່.

ຂ່າວ/ບົດ​ອື່ນ