ປະ​ທາ​ນາ​ທິບ​ໍ​ດີ ອາ​ເມ​ລິ​ກາ ​ເຕື້ອງ​ເຖິງຫຼາຍ​ບັນ​ຫາ​ໃນ​ການ​ຖະ​ແຫຼງ​ຂ່າວ​ເປັນ​ຄັ້ງທຳ​ອິດ

(VOVWORLD) -ທ່ານປະທານາທິບໍດີ Biden ໄດ້ຍົກອອກການຕີລາຄາຢ່າງຕັ້ງໜ້າ ກ່ຽວກັບແງ່ຫວັງຟື້ນຟູເສດຖະກິດ ອາເມລິກາດ້ວຍບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 1,9 ພັນຕື້ USD ທີ່ຫາກໍ່ໄດ້ຮັບຮອງເອົາ, ພ້ອມທັງຄັດສະເໜີການຄາດຄະເນຂອງບັນດານັກຊ່ຽວຊານດ້ານເສດຖະກິດທີ່ຖືວ່າ ການເຕີບໂຕເສດຖະກິດ ອາເມລິກາ ຈະບັນລຸລະດັບ ກ່ວາ 6% ໃນປີນີ້.
ປະ​ທາ​ນາ​ທິບ​ໍ​ດີ ອາ​ເມ​ລິ​ກາ ​ເຕື້ອງ​ເຖິງຫຼາຍ​ບັນ​ຫາ​ໃນ​ການ​ຖະ​ແຫຼງ​ຂ່າວ​ເປັນ​ຄັ້ງທຳ​ອິດ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: Getty)

ວັນທີ 25 ມີນາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ມີການຖະແຫຼງຂ່າວຢ່າງເປັນທາງການຄັ້ງທຳອິດ ນັບແຕ່ເວລາຂຶ້ນກຳອຳນາດ, ໃນນັ້ນ ທ່ານໄດ້ເຕື້ອງເຖິງບັນດາບັນຫາພົ້ນເດັ່ນໃນນະໂຍບາຍຢູ່ພາຍໃນ ແລະ ຕ່າງປະເທດ ຄືໂລກລະບາດໂຄວິດ - 19, ການຟື້ນຟູເສດຖະກິດ, ການພົວພັນກັບຈີນ, ສປປ.ເກົາຫຼີ ແລະ ການຖອນທະຫານອອກຈາກ ອາບການິດສະຖານ.

ທ່ານປະທານາທິບໍດີ Biden ໄດ້ຍົກອອກການຕີລາຄາຢ່າງຕັ້ງໜ້າ ກ່ຽວກັບແງ່ຫວັງຟື້ນຟູເສດຖະກິດ ອາເມລິກາດ້ວຍບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 1,9 ພັນຕື້ USD ທີ່ຫາກໍ່ໄດ້ຮັບຮອງເອົາ, ພ້ອມທັງຄັດສະເໜີການຄາດຄະເນຂອງບັນດານັກຊ່ຽວຊານດ້ານເສດຖະກິດທີ່ຖືວ່າ ການເຕີບໂຕເສດຖະກິດ ອາເມລິກາ ຈະບັນລຸລະດັບ ກ່ວາ 6% ໃນປີນີ້. ຄຽງຄູ່ກັນນັ້ນ, ທ່ານ ປະທານາທິບໍດີ Biden ກໍ່ໃຫ້ຮູ້ກ່ຽວກັບບັນດາມາດຕະການແກ້ໄຂໂລກລະບາດໂຄວິດ - 19 ຂອງທຳນຽບຂາວ, ເຕື້ອງເຖິງບັນດາມາດຕະການຄວບຄຸມປືນ.

ໃນການພົວພັນກັບ ຈີນ, ທ່ານປະທານາທິບໍດີ Biden ໄດ້ຢັ້ງຢືນວ່າ ອຳນາດການປົກຄອງຂອງ ທ່ານ ບໍ່ຊອກຫາການສູ້ຢັນກັນ ແຕ່ຈະແກ່ງແຍ່ງກັນຢ່າງຮ້ອນແຮງກັບຈີນ. ພ້ອມທັງ ຈະຮຽກຮ້ອງໃຫ້ປັກກິ່ງຕ້ອງປະຕິບັດຕາມບັນດາຫຼັກການ ແລະ ກົດໝາຍສາກົນ, ປະຕິບັດການແກ່ງແຍ່ງ ແລະ ການຄ້າຢ່າງມີຄວາມຍຸຕິທຳ.


ຕອບກັບ

ຂ່າວ/ບົດ​ອື່ນ