ປະທານາທິບໍດີ ອາເມລິກາ ໂຈະການຢ້ຽມຢາມ ມາເລເຊຍ ແລະ ຟີລິບປິນ

ປະທານາທິບໍດີ ອາເມລິກາ ໂຈະການຢ້ຽມຢາມ ມາເລເຊຍ ແລະ ຟີລິບປິນ - ảnh 1
ທ່ານ​ປະທານາທິບໍດີ Barack Obama
(ພາບ:
AFP )

(vovworld) – ຂາດງົບປະມານ​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ລັດຖະບານ ອາ​ເມ​ລິ​ກາ ຕ້ອງ​ໂຈະ​​ການ​ເຄື່ອນ​ໄຫວ​ໄວ້​ສ່ວນ​ໜຶ່ງເທົ່າ​ນັ້ນ ຫາກ​ຍັງ​​ເຮັ​ດ​ໃຫ້​ທ່ານ​ປະທານາທິບໍດີ Barack Obama ຕ້ອງ​​ໂຈະ​ການ​ເຄື່ອນ​ໄຫວ​ຢ້ຽມຢາມ ມາ​ເລ​ເຊຍ ​ແລະ ຟິລິບ​ປິນ ​ໃນ​ການ​ປະຕິບັດ​ງານຢູ່ ອາຊີ ​ໃນ​ອາທິດ​ໜ້າ. ​ໃນ​ຖະ​ແຫຼ​ງການ​​ເມື່ອ​ວັນ​ທີ 2/10, ທຳນຽບຂາວ​ໃຫ້​ຮູ້​ວ່າ: ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ຈະ​ຕາງໜ້າ​ປະທານາທິບໍດີ Obama ​ໄປຢ້ຽມຢາມ 2 ປະ​ເທດ​ອາຊີ ຕາ​ເວັນ​ອອກສຽງ​ໃຕ້​ນີ້. ຕາ​ມ​ແຜນການ​ກ່ອນ​ນັ້ນ, ທ່ານ​ປະທານາທິບໍດີ Barack Obama ຈະ​​ໄປປະຕິບັດ​ງານຢູ່ 4 ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແມ່ນ: ອິນ​ໂດ​ເນ​ເຊຍ, ບຣູ​ໄນ, ມາ​ເລ​ເຊຍ ​ແລະ ຟິລິບ​ປິນ, ​ແຕ່​ວັນ​ທີ 6 – 12/10 ​ເພື່ອ​ເຂົ້າ​ຮ່ວມ 2 ກອງ​ປະ​ຊຸມ​ຂັ້ນ​ສູງ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ 2 ​ເນື້ອ​ໃນ​ຈຸດ​ສຸມ​ແມ່ນ​ເສດຖະກິດ, ຄວາມ​ໝັ້ນຄົງ.

    ​ໃນ​ສະພາບ​ການ​ທີ່​ກ່ຽວຂ້ອງ, ທ່ານ​ປະທານາທິບໍດີ ​ແລະ ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ສືບ​ຕໍ່​ປະລາ​ໄຊ​ໃນ​ການ​ເຈລະຈາ​ກ່ຽວ​ກັບ​​ແຜນງົບປະມານປີ 2014 ​ແລະ ການ​ຍົກ​ເພດານໜີ້​ສິນ​​ສະຫະລັດຂຶ້ນ 16.700 ຕື້ USD ຊຶ່ງຄາດ​ວ່າ​ຈະ​ຮອດ​ກຳນົດ​ເວລາ​ໃນ​ກາງ​ເດືອນ 10 ນີ້.

 

ຂ່າວ/ບົດ​ອື່ນ