ປະ​ທາ​ນາ​ທິ​ບໍ​ດີ ແລະ ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ເຈ​ລະ​ຈາ​ທາງ​ໂທ​ລະ​ສັບ​ກັບ​ການ​ນຳ ຢູ​ແກຼນ ແລະ ບັນ​ດາ​ປະ​ເທດ​ເຂດ​ທາງ​ຕາ​ເວັນ​ອອກ NATO

(VOVWORLD) - ທ່ານປະທານາທິບໍດີ Joe Biden ໃຫ້ຮູ້ວ່າ ອາເມລິກາ ສືບຕໍ່ສະໜັບສະໜູນ ຢູແກຼນ ດ້ວຍການຕອບສະໜອງການໜູນຊ່ວຍດ້ານຄວາມໝັ້ນຄົງ, ເສດຖະກິດ ແລະ ການຊ່ວຍເຫຼືອມະນຸດສະທຳຢ່າງຕໍ່ເນື່ອງ, ໃນສະພາບທີ່ບັ້ນການທະຫານພິເສດຂອງ ລັດເຊຍ ສືບຕໍ່ດຳເນີນ.
ປະ​ທາ​ນາ​ທິ​ບໍ​ດີ ແລະ ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ເຈ​ລະ​ຈາ​ທາງ​ໂທ​ລະ​ສັບ​ກັບ​ການ​ນຳ ຢູ​ແກຼນ ແລະ ບັນ​ດາ​ປະ​ເທດ​ເຂດ​ທາງ​ຕາ​ເວັນ​ອອກ NATO - ảnh 1ທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskyy ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: AP)

ໃນວັນທີ 01 ມີນາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ໄດ້ມີການເຈລະຈາທາງໂທລະສັບກັບທ່ານປະທານາທິບໍດີ ຢູແກຼນ ແລະ ທ່ານນາຍົກລັດຖະມົນຕີ 5 ປະເທດ ຢູ່ເຂດທາງທິດຕາເວັນອອກ NATO ເພື່ອປຶກສາຫາລືກ່ຽວກັບບັ້ນຮົບການທະຫານພິເສດຂອງ ລັດເຊຍ ເຊິ່ງພວມເກີດຂຶ້ນຢູ່ ຢູແກຼນ ແລະ ບັນດາມາດຕະການຮັບມື.

        ໃນການເຈລະຈາທາງໂທລະສັບກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskyy, ທ່ານປະທານາທິບໍດີ Joe Biden ໃຫ້ຮູ້ວ່າ ອາເມລິກາ ສືບຕໍ່ສະໜັບສະໜູນ ຢູແກຼນ ດ້ວຍການຕອບສະໜອງການໜູນຊ່ວຍດ້ານຄວາມໝັ້ນຄົງ, ເສດຖະກິດ ແລະ ການຊ່ວຍເຫຼືອມະນຸດສະທຳຢ່າງຕໍ່ເນື່ອງ, ໃນສະພາບທີ່ບັ້ນການທະຫານພິເສດຂອງ ລັດເຊຍ ສືບຕໍ່ດຳເນີນ.

        ໃນຂະນະນັ້ນ, ທ່ານນາງຮອງປະທານາທິບໍດີ  ອາເມລິກາ Kamala Harris ໄດ້ເຈລະຈາທາງໂທລະສັບກັບ ການນຳ 5 ປະເທດ ເຂດທາງທິດຕາເວັນອອກ NATO ເຊິ່ງລວມມີ ແອັດໂຕນີ, ເລັດເວຍ, ລິດຕົວນີ, ໂປໂລຍ ແລະ ຣູມາເນຍ.

        ໃນການເຈລະຈາ, ທ່ານນາງຮອງປະທານາທິບໍດີ ອາເມລິກາ ຢັ້ງຢືນວ່າ ຈະສືບຕໍ່ຊ່ວຍເຫຼືອ ຢູແກຼນ ແລະ ບັນດາປະເທດບ້ານໃກ້ເຮືອນຄຽງຂອງ ຢູແກຼນ, ໃນສະພາບທີ່ພວມຮັບມືກັບກະແສຟອງຊາວອົບພະຍົບ ແລະ ຕ້ອງການຄວາມຊ່ວຍເຫຼືອມະນຸດສະທຳຕ່າງໆ.

ຮຸຍຮວ່າງ - ນັກຂ່າວ VOV ປະຈຳ ອາເມລິກາ


ຕອບກັບ

ຂ່າວ/ບົດ​ອື່ນ