ປະທານາທິບໍດີBashar Al Assad ໃຫ້ສັດຕະຍາບັນພາກສ່ວນລັດຖະບານໃໝ່ຂອງຊີຣີ

ປະທານາທິບໍດີBashar Al Assad ໃຫ້ສັດຕະຍາບັນພາກສ່ວນລັດຖະບານໃໝ່ຂອງຊີຣີ - ảnh 1
ທ່ານ​ປະທານາທິບໍດີ ຊີຣີ Bashar Al Assad
(ພາບ: EPA/ສຳນັກຂ່າວສານຫວຽດນາມ)

(vovworld) –  ວັນ​ທີ 3/7, ທ່ານ​ປະທານາທິບໍດີ ຊີຣີ Bashar Al Assad ​ໄດ້​ເຊັນ​ລັດຖະດຳລັດ​ໃຫ້​ສັດຕະຍາບັນ​ພາກ​ສ່ວນ​ຂອງ​ລັດຖະບານໃໝ່​. ຄຳ​ສັ່ງ​ໄດ້​ຊີ້​ແຈ້ງ​ຜູ້ນຳ​ລັດຖະບານໃໝ່​​ແມ່ນ​ນາຍົກລັດຖະມົນຕີ Imad Khamis ​ແລະ ບັນດາ​ລັດຖະມົນຕີ​ສ່ວນ​ຫຼາຍ​ຍັງ​ຄົງແມ່ນ​ບັນດາ​ລັດຖະມົນຕີ​ຄົນ​ປະຈຸ​ບັນອາຍຸ​ການ​ກ່ອນ. ລັດຖະບານ​ໃໝ່​ຈະ​ແມ່ນ​ລັດຖະບານ​​ທີ 6 ຖັດຈາກສະ​ໄໝ​ຂອງ​ທ່ານ Bashar Al Assad. ລັດຖະບານ​ຫຼ້າ​ສຸດ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ເດືອນ 8/2014, ພາຍຫຼັງທີ່​ທ່ານ Bashar Al Assad ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຄືນ​ໃໝ່.


ຂ່າວ/ບົດ​ອື່ນ