ປະທານາທິບໍດີTrumpຖະແຫຼງເພີ່ມທະວີກຳລັງແຮງດ້ານການທະຫານເຊິ່ງຈະ “ໃຫຍ່ກວ່າໝູ່ໃນປະຫວັດສາດຂອງປະເທດອາເມລິກາ”

ປະທານາທິບໍດີTrumpຖະແຫຼງເພີ່ມທະວີກຳລັງແຮງດ້ານການທະຫານເຊິ່ງຈະ “ໃຫຍ່ກວ່າໝູ່ໃນປະຫວັດສາດຂອງປະເທດອາເມລິກາ” - ảnh 1
ທ່ານປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Donald Trump
(ພາບ​ປະ​ກອບ: baotintuc.vn)


(vovworld) - ​ໃນ​ບົດ​ກ່າວ​ປາ​ໄສ​ໃນ​ວັນ​ທີ 24/02, ຕໍ່​ໜ້າ​ບັນ​ດາ​ນັ​ກ​ເຄື່ອນ​ໄຫວ​ຝ່າຍຮັກ​ສາ​ເດີມ, ທ່ານປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Donald Trump ຖະ​ແຫຼງວ່າ​ຈະ​ຮຽກ​ຮ້ອງ​​ໃຫ້​ມີລາຍ​ຈ່າຍ​ງົບ​ປະ​ມານ​ຢ່າງ​ຫຼວງ​​ຫຼາຍໃຫ້ “ໜຶ່ງ​ໃນບັນ​ດາ​ການ​ກະ​ທຳ​ເພີ່ມ​ທະ​ວີ​ກຳ​ລັງ​ດ້ານ​ກາ​ນ​ທະ​ຫານ​ທີ່​ໃຫຍ່ກວ່າ​ໝູ່​ໃນ​ປະ​ຫວັດ​ສາ​ດ​ຂອງ​ປະ​ເທດອາ​ເມ​ລິ​ກາ”. ຕາມ​ທ່ານປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Donald Trump ແລ້ວ, ທ່ານ​ຈະ​ມຸ່ງ​ໄປ​ເຖິງ​ເລື່ອງ​ຍົກ​ລະ​ດັບ​ກຳ​ລັງ​ປ້ອງ​ກັນ ແລະ ບຸກ​ໂຈມ​ຕີ​ຂອງກອງ​ທັບ​ອາ​ເມ​ລິ​ກາ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ປະ​ຈຸ​ບັນ, ທ່ານປະ​ທາ​ນາ​ທິ​ບໍ​ດີ​  Donald Trump ຍັງ​ບໍ່​ທັນ​ຍົກ​ອອກ​ຂໍ້​ມູນ​ຂ່າວ​ຢ່າງ​ລະ​ອ​ຽດ​ໃດໆ​ກ່ຽວ​ກັບ​ແຜນ​ການນີ້.

        ​ພ້ອມ​ກັນນັ້ນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ສືບ​ຕໍ່​ກ່າວ​ໂຈມ​ຕີ ຊູ​ແອດ, ຝ​ລັ່ງ ແລະ ເຢຍ​ລະ​ມັນ, ພັນ​ລະ​ນາ​ບັນ​ດາ​ປະ​ເທດ​ເອີ​ລົບ ນີ້​ທີ່​ມີ​​ຫຼາຍກຳ​ລັງທຳ​ສົງ​ຄາມ​ສັກ​ສິດ​​ຂອງ​ສາ​ສະ​ໜາ​ອິດ​ສະ​ລາມ.

ຂ່າວ/ບົດ​ອື່ນ