ປະທານາທິບໍດີຄົນໃໝ່ ອີຢິບ ສະບານຕົວເຂົ້າດຳລົງຕຳແໜ່ງ

ປະທານາທິບໍດີຄົນໃໝ່ ອີຢິບ ສະບານຕົວເຂົ້າດຳລົງຕຳແໜ່ງ - ảnh 1
ປະທານາທິບໍດີຄົນໃໝ່ ອີຢິບ ທ່ານ Mohamed Mursi ​ສະບານຕົວເຂົ້າດຳລົງຕຳແໜ່ງ
(ພາບ: baomoi.com)

(vovworld) - ວັນ​ທີ 30/6, ​ປະທານາທິບໍດີ​ຄົນ​ໃໝ່ຂອງ ອີ​ຢິບ ທ່ານ Mohamed Mursi ​ໄດ້​ສະບາ​ນຕົວ​​ເຂົ້າດຳລົງ​ຕຳ​ແໜ່​ງຢ່າງ​ເປັນ​ທາງ​ການ. ​ໃນ​ພິທີ​ສະບາ​ນຕົວ ຢູ່​ສານ​ລັດຖະທຳ​ມະນູນ, ທ່ານ​ປະທານາທິບໍດີ​ຄົນ​ໃໝ່ Mursi ​ໄດ້​ຖະ​ແຫຼ​ງວ່າ: ຈະ​ສ້າງ​ຕັ້ງ “ລັດ​ແຫ່ງ​ພົນລະ​ເຮືອນ ​ແລະ ລັດຖະທຳ​ມະນູນ”, ພ້ອມ​ທັງ​ຢືນຢັນ​ວ່າ: “ຈະ​ບໍ່​ອະ​ນຸຍາດ​ໃຫ້​ຜູ້​ໃດສວຍ​ໃຊ້ສິດ​ອຳນາດ​ຂອງ​ປະທານາທິບໍດີ”. ທ່ານ​​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຮັກສາ​ລະບອບ​ສາທາລະນະ, ​ເຄົາລົບ​ນັບຖື​ລັດຖະທຳ​ມະນູນ ​ແລະ ກົດໝາຍ, ປົກ​ປັກ​ຮັກສາ​ສິດຜົນປະ​ໂຫຍ​ດຂອງ​ປະຊາຊົນ​ຢ່າງ​ຄົບ​ຖ້ວນ, ປົກ​ປັກ​ຮັກສາ​ເອກະລາດ​​ແຫ່ງ​ຊາດ ​ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ.

ພາຍຫຼັງ​ພິທີ​ສະບາ​ນຕົວ​​ເຂົ້າດຳລົງ​ຕຳ​ແໜ່​ງຕໍ່ໜ້າ​ສານ​ລັດຖະທຳ​ມະນູນ​ສູງ​ສຸດ, ທ່ານ​ປະທານາທິບໍດີ Mohamed Mursi  ​ໄດ້​ເຂົ້າ​ຮ່ວມ​​ຂະ​ບວນ​ແຫ່​ສະ​ແດງ​ກຳລັງຢູ່​ຊານ​ນະຄອນຫຼວງ ກາຍ​ໂຣ. ນະ​ທີ່​ນີ້, ນາຍ​ພົນ ອາວຸ​ໂສ Hussein Tantawi, ປະທານ​ສະພາ​ສູງ​ສຸດ​ກຳລັງ​ປະກອບ​ອາວຸດ ​ໄດ້​ມອບ​ໂອນ​ສິດ​ອຳນາດ​ໃຫ້​ແກ່​ທ່ານ Mursi ​ໄວ​ກ່ວາ​ໜຶ່ງ​ວັນ​ເມື​່ອທຽບ​ກັບ​ແຜນການ.

ຂ່າວ/ບົດ​ອື່ນ