ປະທານາທິບໍດີຊີຣີຕັດສິນໃຈບໍ່ເຂົ້າຮ່ວມການເຈລະຈາກັບກຸ່ມປະກອບອາວຸດຝ່າຍຄ້ານ

ປະທານາທິບໍດີຊີຣີຕັດສິນໃຈບໍ່ເຂົ້າຮ່ວມການເຈລະຈາກັບກຸ່ມປະກອບອາວຸດຝ່າຍຄ້ານ - ảnh 1
ປະທານາທິບໍດີ ຊີຣີ Bashar al – Assad
(ພາບປະ​ກອບ)

(vovworld) - ​ໃນ​ຖະ​ແຫຼ​ງການ​ທີ່​ຍົກ​ອອກ​ມາ​ເມື່ອ​ວັນ​ທີ 11/12, ປະທານາທິບໍດີ ຊີຣີ Bashar al – Assad ຢືນຢັນ​ວ່າ, ທ່ານ​ຈະ​ບໍ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປຶກສາ​ຫາລື​ດ້ານ​ການ​ເມືອງ​ໃດໆ​ກັບ​ບັນດາ​ກຸ່ມ​ປະກອບ​ອາວຸດ​ຝ່າຍ​ຄ້ານ; ພ້ອມ​ທັງ​ກ່າວ​ຫາ ວໍ​ຊິງ​ຕັນ ພ້ອມ​ກັບ​ພັນທະ​ມິດ ຊາ​ອຸ​ດິ ອາຣາ​ເບຍ ພວມ​ປາຖະໜາ​ຢາກ​ໃຫ້ “ບັນດາ​ກຸ່ມ​ກໍ່​ການ​ຮ້າຍ“ ​ເຂົ້າ​ຮ່ວມ​ການ​ເຈລະຈາ​ຕ່າງໆ. ຄຳ​ຖະ​ແຫຼ​ງຂອງ​ປະທານາທິບໍດີ Assad ຖືກ​ຍົກ​ອອກ​ມາ​ໃນ​ການ​ປະຊຸມ​ຂ່າວ​ຢູ່​ນະຄອນຫຼວງ Riyadh, ພາຍຫຼັງ​ທີ່​ກຸ່ມ​ຝ່າຍ​ຄ້ານ​ຢູ່​ ຊີຣີ ​ເຫັນ​ດີ​ສ້າງ​ຕັ້ງ​ຄະນະ​ຜູ້​ແທນ​ລວມ ​ເພື່ອ​ເຈລະຈາ​ກັບ​ລັດຖະບານ ຊີຣີ, ​ເຊິ່ງຄາດ​ວ່າ​ຈະ​ຈັດ​ຕັ້ງ​ໃນ​ປີ 2016 ບົນ​ພື້ນຖານ​ຖະ​ແຫຼ​ງການ ​ເຊີ​ແນວ ທີ່​ບັນລຸ​ໄດ້​ເມື່ອ​ວັນ​ທີ 30/6/2012.

ຂ່າວ/ບົດ​ອື່ນ