ປະທານາທິບໍດີຕວກກີຮອງຮັບໃບຄຳຮ້ອງຂໍລາອອກຈາກຕຳແໜ່ງຂອງຄະນະລັດຖະບານ
ທ່ານປະທານາທິບໍດີ ຕວກກີ Tayyip Erdogan
(ພາບ: Reuters)
|
(vovworld) – ວັນທີ 9/6, ທ່ານປະທານາທິບໍດີ ຕວກກີ Tayyip Erdogan ໄດ້ຮອງຮັບໃບຮ້ອງຂໍລາອອກຈາກຕຳແໜ່ງຂອງຄະນະລັດຖະບານໂດຍທ່ານນາຍົກລັດຖະມົນຕີ Ahmet Davutoglu ນຳໜ້າພາຍຫຼັງພັກຍຸຕິທຳ ແລະ ພັດທະນາ (AKP) ກຳອຳນາດເສຍທີ່ນັ່ງສ່ວນຫຼາຍໃນສະພາແຫ່ງຊາດໃນການເລືອກຕັ້ງທົ່ວປະເທດຢູ່ປະເທດນີ້ໃນອາທິດຜ່ານມາ. ເຖິງຢ່າງໃດກໍ່ຕາມ, ທ່ານປະທານາທິບໍດີ Erdogan ໄດ້ສະເໜີໃຫ້ຄະນະລັດຖະບານປະຈຸບັນສືບຕໍ່ເຮັດວຽກຮອດຍາມໃດລັດຖະບານໃໝ່ໄດ້ຮັບການສ້າງຕັ້ງ. ຕາມການປະກາດຂອງຫ້ອງວ່າການປະທານາທິບໍດີ ຕວກກີ ແລ້ວ, ທ່ານນາຍົກລັດຖະມົນຕີ Davutoglu ໄດ້ມີການເຈລະຈາທີ່ແກ່ຍາວເປັນເວລາໜຶ່ງຊົ່ວໂມງ ກັບທ່ານປະທານາທິບໍດີ Erdogan ຢູ່ເຮືອນສ່ວນຕົວທີ່ນະຄອນຫຼວງ Ankara ເພື່ອປຶກສາຫາລືກ່ຽວກັບອະນາຄົດຂອງລັດຖະບານພາຍຫຼັງການເລືອກຕັ້ງໃນທົ່ວປະເທດ. ວົງການນັກໄຈ້ແຍກຕີລາຄາວ່າ: ຂໍ້ຕົກລົງລາອອກຈາກຕຳແໜ່ງຂອງຄະນະລັດຖະບານ ຕວກກີ ແມ່ນການກະທຳມີລັກສະນະເປັນລະບຽບການພາຍຫຼັງການເລືອກຕັ້ງສະພາແຫ່ງຊາດ. ເຖິງຢ່າງໃດກໍ່ຕາມ, ປະຈຸບັນ, ບໍ່ທັນຮູ້ວ່າທ່ານນາຍົກລັດຖະມົນຕີ Davutoglu ຈະເຂົ້າຮ່ວມວິວັດການເຈລະຈາກັບບັນດາພັກຝ່າຍຄ້ານຢູ່ ຕວກກີ ກ່ຽວກັບການສ້າງຕັ້ງລັດຖະບານໃໝ່ຫຼືບໍ່?.