ປະທານາທິບໍດີມົງໂກນຢ້ຽມຢາມທາງລັດຖະກິດຫວຽດນາມ

ປະທານາທິບໍດີມົງໂກນຢ້ຽມຢາມທາງລັດຖະກິດຫວຽດນາມ - ảnh 1
ທ່ານ​ປະທານາທິບໍດີ ມົງ​ໂກນ Tsakhiagiin Elbegdorj
(ພາບປະກອບ)


(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານປະເທດ​ເຈືອງ​ເຕີນ​ຊາງ, ທ່ານ​ປະທານາທິບໍດີ ມົງ​ໂກນ Tsakhiagiin Elbegdorj ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 21 – 24/11. ການ​ຢ້ຽມຢາມ​ຄັ້ງ​ນີ້​ຖືກ​ດຳ​ເນີນ​ໄປ​ໃນ​ສະພາບ​ການ 2 ປະ​ເທດ​ພວມ​ກະກຽມ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ໃນ​ປີ 2014. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເປັນ​​ເຈົ້າພາບ​ພິທີ​ຕ້ອນຮັບ ​ແລະ ການ​​ເຈລະຈາ​ໃນ​ຕອນ​ບ່າຍ​ວັນ​ທີ 21/11. ຄາດ​ວ່າ, 2 ຝ່າຍ​ຈະ​ເຊັນ​ເອກະສານ​ຮ່ວມ​ມື​ບາງ​ສະບັບ.

        ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານາທິບໍດີ ມົງ​ໂກນ ​ເພື່ອ​ແນ​​ໃສ່​ປັບປຸງ, ​ເພີ່ມ​ທະວີ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ມິດຕະພາບ​ລະຫວ່າງ 2 ປະ​ເທດ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ທຸກໆ​ຂົງ​ເຂດ, ພິ​ເສດ​ແມ່ນ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ​ເສ​ດຖະກິດ, ການ​ຄ້າ. ພ້ອມ​ກັນ​ນັ້ນ, ການ​ຢ້ຽມຢາມ​ກໍ່ຜັນ​ຂະຫຍາຍ​ນະ​ໂຍບາຍການ​ຕ່າງປະ​ເທດ​ຂອງ ມົງ​ໂກນ ສຳລັບ​ພາກ​ພື້ນ ​ອາຊີ - ປາຊີ​ຟິກ, ​ເປີດ​ກ້ວາງ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ ອາ​ຊຽນ.

        ​

ຂ່າວ/ບົດ​ອື່ນ