ປະທານາທິບໍດີສ.ນາມີບີຢ້ຽມຢາມຫວຽດນາມ

ປະທານາທິບໍດີສ.ນາມີບີຢ້ຽມຢາມຫວຽດນາມ - ảnh 1
ທ່ານ​ປະທານາທິບໍດີ ສ ນາ​ມີ​ບີ Hifikepunye Pohamba
(ພາບ: AFP)


(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ພັນ​ລະ​ຍາ, ທ່ານ​ປະທານາທິບໍດີ ສ ນາ​ມີ​ບີ Hifikepunye Pohamba ​ແລະ ພັນ​ລະ​ຍາ​ມາຢ້ຽມຢາມ​ທາງ​ລັດຖະກິດ​ຫວຽດນາມ ​ແຕ່​ວັນ​ທີ 18 – 20/11/2013.

    ຫວຽດນາມ ​ແລະ ສ ນາ​ມີ​ບີ ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ນັບ​​ແຕ່​ວັນ​ທີ 21/3/1990, ດ້ວຍ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​​ເຊື້ອ​ອັນ​ດີງາມ​ນັບ​ແຕ່​ຊຸມ​ປີ 70. ການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ປະທານາທິບໍດີ ສ ນາ​ມີ​ບີ Hifikepunye Pohamba ​ເພື່ອ​ແນ​ໃສ່​ຢືນ​ຢັນ​ຢາກຄວາມ​ປາດ​ຖະໜາ​ຊຸກຍູ້​ການ​ຮ່ວມ​ມື 2 ຝ່າຍ, ​ແລກປ່ຽນ​ບັນດາ​ມາ​ດຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ຄື: ການ​ລົງທຶນ, ການ​ຄ້າ, ກະສິກຳ - ປ່າ​ໄມ້, ສິນ​ໃນ​ນ້ຳ, ການ​ສຶກສາ, ການບິນ, ພ້ອມ​ທັງ​ແລກປ່ຽນ​ບາງ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ​ແລະ ​ເຊັນ​ເອກ​ະສານ​ຮ່ວມ​ມື​ບາງ​ສະບັບອີກ.


ຂ່າວ/ບົດ​ອື່ນ