ປະທານາທິບໍດີອີຢິບ ອະນຸມັດຜ່ານກົດໝາຍເປີດກວ້າງການເຄື່ອນໄຫວຕ້ານກໍ່ການຮ້າຍ
ທ່ານປະທານາທິບໍດີອີຢິບ Abdel Fattah al Sisi
(ພາບ: AFP/TTXVN)
(vovworld) – ວັນທີ 24/02, ທ່ານປະທານາທິບໍດີອີຢິບ Abdel Fattah al Sisi ໄດ້ອະນຸມັດຜ່ານກົດໝາຍວ່າດ້ວຍການຕ້ານກໍ່ການຮ້າຍ, ເຊິ່ງຕາມນັ້ນແລ້ວ ຈະເປີດກວ້າງສິດໃຫ້ບັນດາອົງການຕ້ານກໍ່ການຮ້າຍ ເພື່ອແນໃສ່ປາບປາມບັນດາກຸ່ມທຳລາຍຄວາມສາມັກຄີແຫ່ງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ສະຖານທີ່ສາທາລະນະ. ກົດໝາຍສະບັບໃໝ່ອະນຸຍາດໃຫ້ວົງການເຈົ້າໜ້າທີ່ອິຢິບ ສາມາດນຳໃຊ້ການເຄື່ອນໄຫວຮັບມືກັບບໍ່ວ່າບຸກຄົນ ຫຼື ອົງການໃດນາບຂູ່ເຖິງຄວາມສະຫງົບແຫ່ງຊາດ ຫຼື ກີດຂວາງການເຄື່ອນໄຫວທາງຄົມມະນາຄົມ ໝາຍເຖິງການແຫ່ຂະບວນປະທ້ວງ. ກົດໝາຍກໍ່ກຳນົດແຈ້ງວ່າ, ສານຈະດຳເນີນການພິພາກສາບັນດາຜູ້ຖືກສົງໄສແມ່ນພາກສ່ວນກໍ່ການຮ້າຍ ຕາມບັນຊີລາຍຊື່ໂດຍສານອາຍາສະເໜີ ໂດຍອີງໃສ່ຄຳສະເໜີຂອງບັນດາເຈົ້າໜ້າທີ່ໄອຍະການ; ພ້ອມທັງປິດລ້ອມຊັບສົມບັດຂອງບຸກຄົນ, ອົງການກໍ່ການຮ້າຍ…