ປະທານາທິບໍດີອີຣານ ແລະ ອີຢີບ ດຳເນີນການເຈລະຈາໂດຍກົງ

ປະທານາທິບໍດີອີຣານ ແລະ ອີຢີບ ດຳເນີນການເຈລະຈາໂດຍກົງ  - ảnh 1

(ພາບ:m.vietgiaitri.com)

( vovworld ) – ວັນທີ 30/8, ປະທານາທິບໍດີອີຣານ Mahmoud Ahmadinejad  ​ແລະ ຄູ່​ຕຳ​ແໜ່​ງອີ​ຢີບ, ທ່ານ Mohamed Morsi ​ໄດ້ດຳເນີນການເຈລະຈາໂດຍກົງ ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດຂະ​ບວນການ​ບໍ່​ຮ່ວມ​ກຸ່ມ ( NAM) ຊື່​ງພວມ​ດຳ​ເນີນ​ໄປ​ຢູ່​ນະຄອນຫຼວງ​ເຕ​ເຮຣານ ປະ​ເທດ​ອີຣານ. ນີ້​ເປັນຄັ້ງທຳ​ອິດ​ທີ່​ປະທານາທິບໍດີ​ຂອງ​ອີ​ຢີບ ​ໄປຢ້ຽມຢາມ​ອີຣານ ນັບ​ແຕ່​​ເມື່ອສອງ​ປະ​ເທດ​ຢຸດຕິ​ການ​ພົວພັນ​ທາງ​ການ​ທູດ ພາຍຫຼັງ​ການ​ປະຕິວັດ​ອິດສະ​ລາມ​ອີຣານ ປີ 1979. ທີ່​ການ​ເຈລະຈາ, ປະທານາທິບໍດີອີຣານ Mahmoud Ahmadinejad   ​ໄດ້​ຊົມ​ເຊີຍ​ທ່ານ Morsi ​ຍາດ​ໄດ້​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ​ຢູ່​ອີ​ຢີບ ຫວ່າງ​ແລ້ວ​ນີ້. ສ່ວນ​ທ່ານ Morsi ​ໄດ້​ເວົ້າວ່າ ອາຍຸ​ການ​ເປັນ​ປະທານ NAM ຂອງ​ອີຣານ ທີ່​ຈະ​ມາ​ເຖິງ​ຈະ​ແມ່ນ​ກາລະໂອກາດ​ໃຫ້​ແກ່​ຂະ​ບວນການ​ນີ້. ວົງ​ການ​ນັກ​ສັງ​ເກດ​ການ​ຕ່າງປະ​ເທດ​ໃຫ້​ຂໍ້​ສັງ​ເກດ​ວ່າ, ​ເລື່ອງ​ການ​ນຳ​ຂັ້ນສູງ​ອີ​ຢີຍ​ໄປ​ຍັງອີຣານ ຄັ້ງນີ້ ອາດ​ຈະ​ແມ່ນ​ສັນຍານ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ສຳຄັນ​ໃນ​ພາກ​ພື້ນ.

 

 

ຂ່າວ/ບົດ​ອື່ນ