ປະທານາທິບໍດີອາເມລິກາ, ຢູແກຼນ ຮຽກຮ້ອງໃຫ້ລັດເຊຍ ມອບຄືນສິດຄວບຄຸມໂຮງງານໄຟຟ້ານິວເຄຼຍ Zaporizhzhya

(VOVWORLD) -ປະທານາທິບໍດີ 2 ທ່ານໄດ້ຮຽກຮ້ອງໃຫ້ລັດເຊຍ ມອບຄືນສິດຄວບຄຸມໂຮງງານໄຟຟ້ານິວເຄຼຍ Zaporizhzhya ໃຫ້ແກ່ ຢູແກຼນ ກໍຄືເລື່ອງອົງການພະລັງງານປະລະມານູສາກົນ (IAEA) ໄດ້ເຂົ້າໄປຍັງ ຮາກຖານດັ່ງກ່າວ.
ປະທານາທິບໍດີອາເມລິກາ, ຢູແກຼນ ຮຽກຮ້ອງໃຫ້ລັດເຊຍ ມອບຄືນສິດຄວບຄຸມໂຮງງານໄຟຟ້ານິວເຄຼຍ Zaporizhzhya - ảnh 1ໂຮງງານໄຟຟ້ານິວເຄຼຍ Zaporizhzhya
(ພາບ: AFP/TTXVN)

        ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ດຳເນີນການໂອ້ລົມທາງໂທລະສັບໃນວັນທີ 25 ສິງຫາ ກ່ຽວກັບບ້ວງເງິນໜູນຊ່ວຍຫຼ້າສຸດຂອງ ອາເມລິກາ ທີ່ສະຫງວນໃຫ້ ຢູແກຼນ. 2 ຝ່າຍກໍ່ສະແດງຄວາມວິຕົກກັງວົນກ່ຽວຂ້ອງເຖິງໂຮງງານໄຟຟ້ານິວເຄຼຍ Zaporizhzhya. ການໂອ້ລົມທາງໂທລະສັບດຳເນີນໄປພາຍຫຼັງໜຶ່ງວັນທີ່ ອາເມລິກາ ປະກາດບ້ວງເງິນໜູນຊ່ວຍດ້ານການທະຫານທີ່ມີມູນຄ່າເກືອບ 3 ຕື້ USD ໃຫ້ແກ່ ຢູແກຼນ ເນື່ອງໃນໂອກາດວັນຊາດຂອງປະເທດນີ້ິ້. ປະທານາທິບໍດີ 2 ທ່ານໄດ້ຮຽກຮ້ອງໃຫ້ລັດເຊຍ ມອບຄືນສິດຄວບຄຸມໂຮງງານໄຟຟ້ານິວເຄຼຍ Zaporizhzhya ໃຫ້ແກ່ ຢູແກຼນ ກໍຄືເລື່ອງອົງການພະລັງງານປະລະມານູສາກົນ (IAEA) ໄດ້ເຂົ້າໄປຍັງ ຮາກຖານດັ່ງກ່າວ.

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 25 ສິງຫາ, ລັດຖະບານ ອັງກິດ ແຈ້ງໃຫ້ຊາບວ່າ ຫາກໍ່ລົງນາມໃນຂໍ້ຕົກລົງ, ຕາມນັ້ນແລ້ວຈະແບ່ງປັນເຕັກນິກວິຊາສະເພາະກັບ ຢູແກຼນ ໃນຂອບເຂດບ້ວງໜູນຊ່ວຍເພື່ອແນໃສ່ຊ່ວຍໃຫ້ປະເທດນີ້ສ້າງຕັ້ງພື້ນຖານໂຄງລ່າງ ແລະ ເຄືອຂ່າຍຄົມມະນາຄົມຂົນສົ່ງຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ