ການນຳ ກູບາ - ອາເມລິກາ ໄດ້ພົບປະໃນທ້າຍອາທິດຜ່ານມາ
(ພາບ: laodong.com.vn)
|
(vovworld) - ວັນທີ 14/4, ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Barack Obama ໄດ້ຍົກ ກູບາ ອອກຈາກບັນຊີລາຍບັນດາປະເທດອຸປະຖຳການກໍ່ການຮ້າຍຢ່າງເປັນທາງການ. ໃນສານທີ່ໄດ້ຍົກອອກໃນວັນດຽວກັນຂອງທ່ານປະທານາທິບໍດີ Barack Obama ທີ່ຝາກເຖິງສະພາແຫ່ງຊາດ ອາເມລິກາ ໄດ້ປະກາດວ່າ: ໃນຮອບເວລາ 6 ເດືອນຜ່ານມາ, ລັດຖະບານ ກູບາ ບໍ່ໄດ້ສະໜອງບໍ່ວ່າການສະໜັບສະໜູນໃດໆໃຫ້ລັດທິກໍ່ການຮ້າຍສາກົນ ແລະ ລາຮາວານ ກໍ່ຄືມີບັນດາຄຳໝັ້ນສັນຍາຈະບໍ່ສະໜັບສະໜູນບໍ່ວ່າການກະທຳກໍ່ການຮ້າຍສາກົນໃດໆໃນອະນາຄົດ. ຕາມທ່ານ Obama ແລ້ວ, ບົນພື້ນຖານການກວດກາ ແລະ ຕີລາຄາຄືນຂອງກະຊວງການຕ່າງປະເທດ, ເລື່ອງສືບຕໍ່ຈັດ ກູບາ ເຂົ້າໃນບັນຊີລາຍຊື່ບັນດາປະເທດອຸປະຖຳການກໍ່ການຮ້າຍແມ່ນການແຕະຕ້ອງເຖິງຄວາມເອກອ້າງທະນົງໃຈຂອງປະຊາຊົນ ກູບາ, ທັງແມ່ນຮົວກີດຂວາງໃຫຍ່ສຳລັບຄວາມມານະພະຍາຍາມປັບປຸງການພົວພັນລະຫວ່າງ ວໍຊິງຕັນ ແລະ ລາຮາວານ. ນີ້ກໍ່ແມ່ນບາດກ້າວສຳຄັນ ເປີດຊ່ອງທາງໃຫ້ແກ່ຄວາມມຸ່ງມາດປາດຖະໜາຂອງທັງ 2 ຝ່າຍແມ່ນເປີດສະຖານທູດຢູ່ນະຄອນຫຼວງ 2 ປະເທດໂດຍໄວ. ຕາມກົດໝາຍແລ້ວ, ສະພາແຫ່ງຊາດ ອາເມລິກາ ຈະມີເວລາ 45 ວັນເພື່ອພິຈາລະນາ ແລະ ຮັບຮອງເອົາຂໍ້ສະເໜີຂອງທ່ານປະທານາທິບໍດີ Obama.