(vovworld) - ວັນທີ 06/04, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ໃຫ້ການຕ້ອນຮັບທ່ານປະທານປະເທດຈີນ ສີຈີ້ນຜິງ ຢູ່ເຂດພັກຜ່ອນບຳລຸງສຸຂະພາບ Mara Lago ຂອງທ່ານ ຢູ່ລັດ Florida, ດ້ວຍຮ້ອຍຍິ້ມ ແລະ ການຈັບມື, ພ້ອມກັບຄຳອວຍພອນໃຫ້ 2 ປະເທດຈະມີການພົວພັນອັນດີງາມ. ນີ້ໄດ້ຮັບຖືວ່າແມ່ນກິລາທ່າທາງອັນສະໜິດສະໜົມຂອງທ່ານປະທານາທິບໍດີ Donald Trump ທີ່ການພົບປະໂດຍກົງຄັ້ງທຳອິດລະຫວ່າງການນຳ 2 ທ່ານ, ຕ່າງກັບຄຳເວົ້າທີ່ແຂງກະດ້າງຕໍ່ຈີນ ຄືກ່ອນນີ້. ກ່າວຄຳເຫັນກ່ອນທີ່ເຂົ້າຮ່ວມພາເຂົ້າສາມັກຄີກັບທ່ານປະທານປະເທດຈີນ ສີຈີ້ນຜິງ ຢູ່ທີ່ນີ້, ທ່ານປະທານາທິບໍດີ Donald Trump ເວົ້າວ່າ “ຂ້າພະເຈົ້າຄິດວ່າ, ໃນໄລຍະຍາວພວກເຮົາຈະມີການພົວພັນອັນດີງາມ ແລະ ຂ້າພະເຈົ້າໄດ້ຕັ້ງຄວາມຫວັງຕໍ່ສິ່ງດັ່ງກ່າວ”.