ປະທານາທິບໍດີອາເມລິກາເລີ່ມດຳເນີນການຢ້ຽມຢາມຍີ່ປຸ່ນ

(VOVWORLD) -ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ພັນລະຍາ ໄດ້ໄປຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການ ໃນລະຫວ່າງວັນທີ 25 – 28 ພຶດສະພາ, ດ້ວຍຖານະແມ່ນແຂກຖືກເຊີນລະດັບຊາດ.

ນີ້ແມ່ນການຢ້ຽມຢາມສຳຄັນເພື່ອແນໃສ່ຊຸກຍູ້ການພົວພັນ 2 ຝ່າຍ, ເພີ່ມທະວີສາຍພົວພັນຮ່ວມມືສຳພັນທະມິດ ໃນບັນດາບັນຫາສາກົນ ທີ່ສົ່ງຜົນສະທ້ອນໂດຍທາງອ້ອມ ແລະ ໂດຍກົງເຖິງຜົນປະໂຫຍດຂອງ 2 ປະເທດ.

        ມີຫຼາຍບັນຫາເຊິ່ງການນຳ 2 ຝ່າຍຈະປຶກສາຫາລື ແລະ ເປັນເອກະພາບນຳກັນ. ໃນນັ້ນລວມມີ: ບັນຫາການຄ້າລະຫວ່າງ 2 ປະເທດ, ບັນຫານິວເຄຼຍໃນແຫຼມເກົາຫຼີ, ການຮ່ວມມືເພື່ອດຳເນີນກອງປະຊຸມ G20 ໃຫ້ສຳເລັດ ເຊິ່ງຄາດວ່າຈະຈັດຂຶ້ນຢູ່ Osaka, ປະເທດຍີ່ປຸ່ນ ໃນທ້າຍເດືອນ ມິຖຸນາ… ແລະ ມີເນື້ອໃນໃໝ່ກໍ່ຈະໄດ້ເຕື້ອງເຖິງນັ້ນແມ່ນບັນຫານິວເຄຼຍຂອງອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ