ປະທານາທິບໍດີອາເມລິກາໃຫ້ຄຳໝັ້ນສັນຍາລືບຊື່ປະເທດກູບາອອກຈາກບັນຊີລາຍຊື່ບັນດາປະເທດໜູນຊ່ວຍກໍ່ການຮ້າຍໂດຍໄວ
ທ່ານປະທານາທິບໍດີ ອາເມລິກາ Barack Obama
(ພາບ: AFP/TTXVN)
|
(vovworld) – ວັນທີ 7/4, ທ່ານປະທານາທິບໍດີ ອາເມລິກາ Barack Obama ໃຫ້ຄຳໝັ້ນສັນຍາຈະມີຂໍ້ຕົກລົງກ່ຽວກັບລລົບຊື່ປະເທດ ກູບາ ອອກຈາກບັນຊີລາຍຊື່ບັນດາປະເທດ ໜູນຊ່ວຍການກໍ່ການຮ້າຍໂດຍໄວ ພາຍຫຼັງໄດ້ຮັບບົດຕີລາຄາຈາກກະຊວງການຕ່າງປະເທດ ອາເມລິກາ. ທ່ານ Obama ກໍ່ຢັ້ງຢືນວ່າ: ທ່ານຈະ “ມີການກະທຳໃນທັນທີ” ພາຍຫຼັງໄດ້ຮັບການການຕີລາຄາຈາກກະຊວງການຕ່າງປະເທດ ອາເມລິກາ. ເຈົ້າຂອງທຳນຽບຂາວ ສະແດງຄວາມເຊື່ອໝັ້ນວ່າ: 2 ປະເທດພວມຢືນຢູ່ຕໍ່ໜ້າກາລະໂອກາດ ເພື່ອແກ້ໄຂບັນຫາຢ່າງແທດຈິງ ພ້ອມທັງໃຫ້ຮູ້ວ່າ: ວໍຊິງຕັນ ຈະສືບຕໍ່ຊຸກຍູ້ເນື້ອໃນດັ່ງກ່າວ. ທ່ານປະທານາທິບໍດີ ອາເມລິກາ ກໍ່ສະແດງຄວາມຫວັງຈະເປີດສະຖານທູດ ອາເມລິກາ ປະຈຳ ກູບາ ໂດຍໄວ, ເລີ່ມຕົ້ນເຄື່ອນໄຫວການຕິດຕໍ່ພົວພັນ ແລະ ພົວພັນແລກປ່ຽນລະຫວ່າງ 2 ປະເທດກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈເປັນປະຈຳ.