ປະທານາທິບໍດີເຢຍລະມັນມີຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມໃນການພົວພັນ2ຝ່າຍກັບຫວຽດນາມ

ປະທານາທິບໍດີເຢຍລະມັນມີຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມໃນການພົວພັນ2ຝ່າຍກັບຫວຽດນາມ - ảnh 1
​ທ່ານ ດ່ວານ​ຊວນ​ຮຶງ ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ
 ​ເຢຍລະ​ມັນ ແລະ ​ທ່ານ​ປະທານາທິບໍດີ Joachim Gauck
(ພາບ: baotintuc.vn)

(vovworld) – ​ ວັນ​ທີ 10/11, ​ທ່ານ ດ່ວານ​ຊວນ​ຮຶງ ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ຫວຽດນາມ ປະຈຳ ສາທາລະນະ​ລັດ ສະຫະພັນ ​ເຢຍລະ​ມັນ ​ໄດ້​​ເຂົ້າຍື່ນ​ສານ​ຕາ​ຕັ້ງຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ຕໍ່​ທ່ານ​ປະທານາທິບໍດີ Joachim Gauck. ທ່ານ​ເອກ​ອັກຄະ​ລັດຖະທູດ ດ່ວານ​ຊວນ​ຮຶງ ຢືນຢັນ​ວ່າ: ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ປະ​ເທດ ​ເຢຍລະ​ມັນ, ​ຖື​ເຢຍລະ​ມັນ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ແຖວ​ໜ້າ​ຂອງ ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ ປາດ​ຖະໜາ​ຢາກ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປະກອບສ່ວນ​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​ພັດທະນາ​​ຢ່າງແຂງ​ແຮງ, ນັບ​ມື້​ນັບ​ເປີດ​ກ້ວາງ ​ແລະ ​ເຂົ້າ​ສູ່​ລວງ​ເລິກ, ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ.

        ສ່ວນ​ທ່ານ​ປະທານາທິບໍດີ Joachim Gauck ​ເອົາ​ໃຈ​ໃສ່​ຊອກ​ຮູ້​ບັນດາ​ຜົນງານ​ເສດຖະກິດ, ສັງຄົມກໍ​ຄື​ການ​ພົວພັນ​ຕ່າງ​ປະ​ເທດ​ຂອງ ຫວຽດນາມ ພາຍຫລັງ​ເກືອບ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່. ທ່ານ​ປະທານາທິບໍດີ Joachim Gauck ຫວັງ​ວ່າ: ​ໃນ​ອາຍຸ​ການ​ປະຕິບັດ​ງານ​ຂອງ​ຕົນ, ທ່ານ​ເອກ​ອັກຄະ​ລັດຖະທູດ ດ່ວານ​ຊວນ​ຮຶງ ຈະ​ມີ​ການປະ​ກອບ​ສ່ວນຢ່າງມີ​ຄວາມ​ໝາຍ​ເຂົ້າ​ໃນ​ການ​ຮັກສາ, ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ພວມ​ດີງາມ​ລະຫວ່າງ ​ເຢຍລະ​ມັນ ​ແລະ ຫວຽດນາມ​ໃຫ້​​ແຂງແຮງ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ