ປະທານາທິບໍດີເວເນຊູເອລາສິ້ນສຸດການຢ້ຽມຢາມຫວຽດນາມຢ່າງຈົບງາມ

ປະທານາທິບໍດີເວເນຊູເອລາສິ້ນສຸດການຢ້ຽມຢາມຫວຽດນາມຢ່າງຈົບງາມ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ​ຈ້ອງ ​​ຕ້ອນຮັບ
​ທ່ານ​ປະທານາທິບໍດີ ​ Nicolas Maduro Moros
(ພາບ: TTXVN)

(vovworld) –​​​ ​ ​ ຕອນ​ເຊົ້າ​ວັນ​ທີ 1/9, ​ປະທານາທິບໍດີ ​ເວ​ເນ​ຊູ​ເອລາ Nicolas Maduro Moros ພ້ອມ​ພັນ​ລະ​ຍາ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ ​ເວ​ເນ​ຊູ​ເອລາ ​ໄດ້​ອອກ​ຈາກ​ຮ່າ​ໂນ້ຍ. ສິ້ນ​ສຸດ​ການ​ຢ້ຽມຢາມ​ ຫວຽດນາມ ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 30/8 – 1/9/2015 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ຢ່າງ​ຈົບງາມ.

        ກ່ອນ​ໜ້າ​ນັ້ນ, ​ໃນ​ຕອນ​ບ່າຍ​ວັນ​ທີ 31/8, ຢູ່​ສຳນັກງານ​ສູນ​ກາງພັກ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ປະທານາທິບໍດີ ​ Nicolas Maduro Moros. ນະ​ທີ່​ນີ້, ທ່ານ​ປະທາ​ນາ​ທິບໍດີ Nicolas Maduro Moros ຢືນຢັນ​​ເຖິງການ​ພົວພັນ​ສາມັກຄີ, ມິດ​ຕິ​ພາບ​ກັບ ຫວຽດນາມ. ພ້ອມ​ທັງສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ຊຸກ​ຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​ກັບ ຫວຽດນາມ, ​ໃນ​ນັ້ນ ມີ​ການ​ເພີ່ມ​ທະວີ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ 2 ພັກ, ຊຸກຍູ້​ການ​ຮ່ວມ​ມື​​ດ້ານ​ເສດຖະກິດ, ການ​ຄ້າ, ພິ​ເສດ ​ແມ່ນ​ໃນ​ຂົງ​ເຂດ ​ເຊິ່ງ 2 ຝ່າຍ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ອາດ​ສາມາດໜູນ​ຊ່ວຍ​ໃຫ້ກັນ​ໄດ້. ການ​ນຳ 2 ທ່ານ​ເນັ້ນ​ໜັກ​ວ່າ: ຄວາມ​ຈຳ​ເປັນ​ຕ້ອງສືບ​ຕໍ່ສົມທົບ​ກັນ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນຢູ່ບັນດາ​ເວທີ​ປາ​ໄສ​ໃນ​ພາກ​ພື້ນ ​ແລະ ສາກົນ, ​ໃນ​ນັ້ນ ມີ​ສະຫະ​ປະຊາ​ຊາດ. ສ່ວນ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຢືນຢັນ​ວ່າ: ທິດ​ທາງ​ການ​ຕ່າງປະ​ເທດສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ ​ແລະ ລັດ ຫວຽດນາມ ຍາມ​ໃດ​ກໍ​ຖື​ເປັນສຳຄັນ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດທີ່​ເປັນ​ມູນ​ເຊື້ອ, ​ໃນ​ນັ້ນ​ມີ ​ເວເນ​ຊູ​ເອລາ. ທ່ານ​ເລຂາທິການ​ໃຫຍ່ ສະ​ເໜີ ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ຝ່າຍ​ເພີ່ມ​ທະວີ​ການ​ພົວພັນ​ສາມັກ​ຄີ, ມິດຕະພາບ ​ແລະ ການຮ່ວມ​ມື​ອັນ​ດີງາມ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດກ່ວາ​ອິກ. ທ່ານ​ເລຂາທິການ​ໃຫຍ່ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ພາຍຫລັງ​ການ​ຢ້ຍມຢາມ ຫວຽດນາມ ຂອງ​ທ່ານ​ປະທານາທິບໍດີ Nicolas Maduro Moros, ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ​ເວ​ເນ​ຊູ​ເອລາ ຈະ​ມີ​ບາດກ້າວ​ພັດທະນາ​ໃໝ່, ມີ​ປະສິດທິ​ຜົນ, ​ແທ້​ຈິງ​ກ່ວາ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

        ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ປະທານາທິບໍດີ Nicolas Maduro Moros ​​​ໄດ້ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ; ​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຕາມ​ພິທີການ​ທູດ. ທີ່​ການ​ ​ເຈລະຈາ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ແລະ ທ່ານ​ປະທາ​ນາ​ທິບໍດີ Nicolas Maduro Moros ​ເຫັນ​ດີ​ຮັກສາ ​ແລະ ສືບ​ຕໍ່​ຍົກ​ສູງ​ບັນດາ​ກົນ​ໄກ​ຮ່ວມ​ມື 2 ຝ່າຍ​ທີ່​ໄດ້​ສ້າງ​ຕັ້ງ​ຢ່າງ​ມີ​ປະສິດທິ​ຜົນ. ພ້ອມ​ທັງ, ​ເອົາ​ໃຈ​ໃສ່​​ຊີ້​ນຳ​, ສ້າງ​ຄວາມ​ສະດວກ​ໃຫ້​​ບັນດາ​ຮ່ວມ​ທຸລະ​ກິດ, ວິ​ສາ​ຫະກິດ 2 ຝ່າຍ​ຜັນ​ຂະຫຍາຍ​ໂຄງການ​ຮ່ວມ​ມື​ຕ່າງໆ, ພິ​ເສດ​ແມ່ນ​ໃນ​ບັນດາຂົງ​ເຂດຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​ກ່ຽວ​ກັບ​ດ້ານ​ພະລັງງານ ​- ນ້ຳມັນ​ອາຍ​ແກ​ສດ, ກະສິກຳ ​ແລະ ສິນທະ​ເລ. 2 ຝ່າຍ​ເຫັນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ການ​ຄ້າ 2 ຝ່າຍ; ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ບັນດາ​ຂົງ​ເຂດ​ຄື: ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາ​ມສະຫງົບ, ຕຸລາການ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຢືນຢັນ​ວ່າ: ຫວຽດນາມ ຈະ​ສົມທົບ, ຮ່ວມ​ມື​ຢ່າ​ງ​ແໜ້ນ​ແຟ້ນ​ກັບ ​ເວ​ເນ​ຊູ​ເອລາ ​ແລະ ບັນດາ​ປະ​ເທດ​ສະມາຊິກ​ອື່ນໆ ​ເພື່ອ​ແນ​ໃສ່​ຮັບປະກັນ​ໃຫ້​ກອງ​ປະຊຸມ​ຂັ້ນ​ສູງ​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ​ໂດຍ ​ເວ​ເນ​ຊູ​ເອລາ​ ເປັນ​​ເຈົ້າພາບ​ ​ເຊິ່ງຄາດ​ວ່າ​ຈະຈັດ​ຕັ້ງ ​ໃນ​ເຄິ່ງຕົ້ນ​ປີ 2016 ໃຫ້​ສຳ​ເລັດ​ຜົນ. ​ເມື່ອ​ແລກປ່ຽນ​ກ່ຽວ​ກັບ​ສະຖານະ​ການ​ສາກົນ ​ແລະ ພາກ​ພື້ນ​​ເຊິ່ງທັງ​ສອງ​ຝ່າຍ​ຕ່າງ​ມີຄວາມ​ສົນ​ໃຈ, 2 ຝ່າຍ​ເຫັນ​ດີ​ຖື​ວ່າ: ບັນດາ​ຄວາມ​ຂັດ​ແຍ້​ງກັນກ່ຽວ​ກັບ​ອະທິປະ​ໄຕ ​ແລະ ​ຜືນ​ແຜ່ນດິນ​ ຕ້ອງ​ໄດ້​ຮັບ​ການແກ້​ໄຂ ​ໂດຍ​ສັນຕິ​ວິທີ, ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນກົດ​ບັດ ​ແລະ ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS 1982).

        ທີ່​ການ​ຕ້ອນຮັບ​ທ່ານ​ປະທານາທິບໍດີ ​ເວ​ເນ​ຊູ​ເອລາ ​ໃນວັນ​ທີ 31/8, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມຢາມ​ຂອງ​ຄະນະ​ຈະ​ປະກອບສ່ວນ​ການ​ຊຸກຍູ້​, ​ເຮັດ​ໃຫ້ການ​ພົວພັນ​ມິດຕະພາບ​ລະຫວ່າງສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ 2 ປະ​ເທດ​ເລິກ​ເຊິ່ງກ່ວາ​ອິກ,  ພ້ອມ​ທັງ​ເປີດ​​ແງ່​ຫວັງ​​ໃໝ່​ໃນການພົວພັນ​ຮ່ວມ​ມື​ 2 ຝ່າຍ ກໍ​ຄື​ໃນ​ການ​ຮ່ວມ​ມື​ລະຫວ່າງພາກ​ພື້ນ ​ແລະ ສາກົນ. ທ່ານ​ປະທານາທິບໍດີ ​ເວ​ເນ​ຊູ​ເອລາ ປາດ​ຖະໜາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ຕ້ອງ​ຊຸກຍູ້​ການ​ຮ່ວມ​ມື ​ເພື່ອ​ແນ​ໃສ່​ປະກອບສ່ວນ​ເພີ່ມ​ທະວິ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ຍູ້​ແຮງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, 2 ສະພາ​ແຫ່ງ​ຊາດ​ກ່ວາ​ອິກ.

        ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ, ທ່ານ​ປະທານາທິບໍດີ Nicolas Maduro Moros ​ໄດ້ມາ​ວາງ​ພວງມາລາ​ຢູ່​ອະນຸສາວະລີ​ບັນດາ​ວິລະ​ຊົນ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ສຸສານ​ປະທານ ​ໂຮ່ຈີ​ມິນ ​ແລະ ພົບ​ປະກັບ​ວິ​ສາ​ຫະກິດ ຫວຽດນາມ; ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ໄດ້​ໃຫ້ການ​ຕ້ອນຮັບ ​ແລະ ​ເຮັດ​ວຽກ​ກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ເວ​ເນ​ຊູ​ເອລາ Delcy Rodriguez.

       

ຂ່າວ/ບົດ​ອື່ນ