ປະທານໂຮ່ຈີມິນກັບພາລະກິດແຫ່ງການປ່ຽນແປງໃໝ່,ພັດທະນາແລະປົກປັກຮັກສາປະເທດຊາດ

(VOVWORLD) -ບັນດາບົດປະກອບຄຳເຫັນທີ່ກອງປະຊຸມສຳມະນາໄດ້ຢືນຢັນວ່າ: ປະທານໂຮ່ຈີມີນ, ແມ່ນການນຳທີ່ມີຄວາມປີຊາສາມາດຂອງພັກ ແລະ ຊາດຫວຽດນາມ, ນັກວິລະຊົນປົດປ່ອຍຊາດ, ນັກວັດທະນະທຳດີເລີດ.

ປະທານໂຮ່ຈີມິນກັບພາລະກິດແຫ່ງການປ່ຽນແປງໃໝ່,ພັດທະນາແລະປົກປັກຮັກສາປະເທດຊາດ - ảnh 1 ກອງປະຊຸມສຳມະນາວິທະຍາສາດແຫ່ງຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ

(ພາບ: baodienbienphu)

“ປະທານໂຮ່ຈີມິນກັບພາລະກິດແຫ່ງການປ່ຽນແປງໃໝ່, ພັດທະນາ ແລະ ປົກປັກຮັກສາປະເທດຊາດ” ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາວິທະຍາສາດແຫ່ງຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ ໂດຍສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ສົມທົບກັບຄະນະໂຄສະນາສຶກສາສູນກາງ ແລະ ຄະນະພັກແຂວງ ເງະອານ ຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 08 ພຶດສະພາ, ຢູ່ຮ່າໂນ້ຍ. ກອງປະຊຸມສຳມະນາໄດ້ຈັດຕັ້ງຕາມຮູບແບບອອນລາຍໂດຍມີການເຊື່ອມຕໍ່ຢູ່ 68 ຈຸດໃນທົ່ວປະເທດ. ບັນດາບົດປະກອບຄຳເຫັນທີ່ກອງປະຊຸມສຳມະນາໄດ້ຢືນຢັນວ່າ: ປະທານໂຮ່ຈີມີນ, ແມ່ນການນຳທີ່ມີຄວາມປີຊາສາມາດຂອງພັກ ແລະ ຊາດຫວຽດນາມ, ນັກວິລະຊົນປົດປ່ອຍຊາດ, ນັກວັດທະນະທຳດີເລີດ. ທ່ານອະດີດຮອງນາຍົກລັດຖະມົນຕີຫວຽດນາມ ວູຄວານ, ຢືນຢັນວ່າ.

        “ປະທານໂຮ່ຈີມິນ ແມ່ນຜູ້ຮັກຫອມປະເທດທີ່ຍິ່ງໃຫຍ່, ໃນຕະຫຼອດຊີວິດ ເພິ່ນ ໄດ້ເດີນຕາມແນວຄິດໃຫຍ່ນັ້ນແມ່ນຄວາມເປັນເອກະລາດຊົນຊາດ ແລະ ໂຮມປະເທດຊາດເປັນເອກະພາບ. ຍາມໃດກໍ່ຕິດພັນພາລະກິດຂອງຊາດກັບພາລະກິດທີ່ກ້າວໜ້າຂອງໂລກ. ໃນພິໄນກຳຂອງ ເພິ່ນ ກ່ອນທີ່ ເພິ່ນ ຈາກໄປ, ຍາມໃດ ເພິ່ນ ກໍ່ຫວັງວ່າ ປະເທດຫວຽດນາມ ຈະຕ້ອງມີເອກະລາດ, ໂຮມປະເທດຊາດເປັນເອກະພາບ, ມີຜືນແຜ່ນດິນອັນຄົບຖ້ວນ. ຍາມໃດ ເພິ່ນ ກໍ່ຕິດພັນແນວຄິດຊົນຊາດກັບຄວາມສາມັກຄີສາກົນ. ແນວຄິດຂອງ ເພິ່ນ ສືບຕໍ່ນຳພາພວກເຮົາໃນຍຸກສະໄໝປະຈຸບັນ”.

        ທີ່ກອງປະຊຸມສຳມະນາ, ທ່ານ ເຈິ່ນກວ໊ກເວື້ອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ໄດ້ເນັ້ນໜັກວ່າ, ບັນດາຄວາມສະດວກ, ກາລະໂອກາດຂອງປະເທດຊາດ ຍິ່ງກວ່າເວລາໃດໝົດ, ຍິ່ງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງນັ້ນ ຍິ່ງຕ້ອງເຊື່ອມຊຶມໄດ້ຢ່າງເລິກເຊິ່ງ ແລະ ປະຕິບັດບັນດາຄຳສັ່ງສອນຂອງປະທານໂຮ່ຈີມິນ ໄດ້ເປັນຢ່າງດີທີ່ສຸດ.

        “ພວກເຮົາໄດ້ເສີມຂະຫຍາຍກຳລັງແຮງດີເລີດຂອງລະບົບການເມືອງ ແລະ ກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ຫວຽດນາມ ບັນລຸໄດ້ຜົນສຳເລັດໃນເບື້ອງຕົ້ນທີ່ສຳຄັນຍິ່ງສຳລັບການຮັບມືກັບໂລກລະບາດໂຄວິດ-19, ໄດ້ຮັບຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນຈາກປະຊາຊົນ ແລະ ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ. ນີ້ແມ່ນພະຍານຫຼັກຖານທີ່ດີເດັ່ນ ແລະ ມີຊີວິດຊີວາກ່ຽວກັບກຳລັງແຮງຂອງຄວາມເປັນເອກະພາບລະຫວ່າງ “ແນວຄິດຂອງພັກ ຈິດໃຈຂອງປະຊາຊົນ” ກັບກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ພາຍໃຕ້ການຊີ້ນຳນຳພາຂອງພັກ. ຈາກນັ້ນພວກເຮົາມີກຳລັງພັກດັນຕື່ມອີກ, ມີຄວາມໄວເນື້ອເຊື່ອໃຈ ແລະ ຄວາມມຸ່ງມາດປາດຖະໜາຢາກປ່ຽນແປງໃໝ່ ແລະ ພັດທະນາປະເທດຫວຽດນາມ ສັນຕິພາບ, ໂຮມປະເທດຊາດເປັນເອກະພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ທັດທຽມກັບບັນດາປະເທດມະຫາອຳນາດຢູ່ 5 ທະວີບ ຄືດັ່ງຄວາມປາດຖະໜາຂອງປະທານໂຮ່ຈີມິນ ຕອນທີ່ ເພິ່ນ ຍັງມີຊີວິດຢູ່”.

ຕອບກັບ

ຂ່າວ/ບົດ​ອື່ນ