ປະ​ລິ​ມານ​​ນໍ​າ​ໃຊ້​ອາຍ​ແກັດ​ໃນ 4 ເດືອນ​ຜ່ານ​ມາ​ຂອງ ອີ​ຢູ ຫຼຸດ​ລົງ​ກວ່າ 20%

(VOVWORLD) -ປະລິມານນໍາໃຊ້ອາຍແກັດໃນ 4 ເດືອນຜ່ານມາຂອງ ອີຢູ  ໄດ້ຫຼຸດລົງກວ່າ 20,1% ໃນໄລຍະແຕ່ເດືອນ ສິງຫາ ຫາເດືອນ ພະຈິກ 2022, ເມື່ອທຽບໃສ່ປະລິມານສະເລ່ຍທີ່ໄດ້ນຳໃຊ້ໃນໄລຍະດຽວກັນຂອງປີ 2017 – 2021. 
ປະ​ລິ​ມານ​​ນໍ​າ​ໃຊ້​ອາຍ​ແກັດ​ໃນ 4 ເດືອນ​ຜ່ານ​ມາ​ຂອງ ອີ​ຢູ ຫຼຸດ​ລົງ​ກວ່າ 20% - ảnh 1ທໍ່ສົ່ງນ້ຳມັນອາຍແກັດ ຢູ່ ເຢຍລະມັນ (ພາບ: AFP/TTXVN)

ປະລິມານນໍາໃຊ້ອາຍແກັດໃນ 4 ເດືອນຜ່ານມາຂອງ ອີຢູ  ໄດ້ຫຼຸດລົງກວ່າ 20,1% ໃນໄລຍະແຕ່ເດືອນ ສິງຫາ ຫາເດືອນ ພະຈິກ 2022, ເມື່ອທຽບໃສ່ປະລິມານສະເລ່ຍທີ່ໄດ້ນຳໃຊ້ໃນໄລຍະດຽວກັນຂອງປີ 2017 – 2021, ໃນນັ້ນ, ແຟງລັງ, ເລັດເວຍ ແລະ ລິດວາ ໄດ້ຮັບຮູ້ວ່າແມ່ນບັນດາປະເທດທີ່ມີປະລິມານຫຼຸດລົງຫຼາຍທີ່ສຸດ. ນີ້ກໍແມ່ນຂໍ້ມູນໂດຍຫ້ອງການສະຖິຕິຂອງ ສະຫະພາບເອີຣົບ ປະກາດໃນວັນທີ 21 ທັນວາ.

        ກ່ອນໜ້ານັ້ນ, ອີຢູ ໄດ້ຕັ້ງເປົ້າໝາຍຫຼຸດປະລິມານອາຍແກັດທີ່ນຳໃຊ້ໃນໄລຍະແຕ່ເດືອນ ສິງຫາ 2022 ຫາເດືອນ ມີນາ 2023 ລົງ 15% ເມື່ອທຽບໃສ່ໄລຍະດຽວກັນຂອງ 5 ປີ ກ່ອນ. ນີ້ກໍແມ່ນສ່ວນໜຶ່ງຂອງອີຢູໃນແຜນການ REPowerEU ເພື່ອແນໃສ່ຢຸດຕິການເອື່ອຍອີງໃສ່ເຊື້ອເພີງຟອດຊິວຂອງ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ