ປະສິດທິຜົນແຫ່ງການປະຕິບັດມະຕິສູນກາງຄັ້ງທີ 4 ກ່ຽວກັບການກໍ່ສ້າງພັກຢູ່ເຊີນລາ

ປະສິດທິຜົນແຫ່ງການປະຕິບັດມະຕິສູນກາງຄັ້ງທີ 4 ກ່ຽວກັບການກໍ່ສ້າງພັກຢູ່ເຊີນລາ - ảnh 1
(ພາບປະກອບ)
(vovworld) - ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ເຊິ່ງກອງ​ປະຊຸມ​ຄັ້ງ​ທີ 7 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11 ທີ່​ພວມ​ດຳ​ເນີນ​ໄປ​ຢູ່​ນ່າ​ໂນ້ຍ ບັນຫາ​ທີສຸມ​ໃສ່​ປຶກສາ​ຫາລື​​ແມ່ນ​ສະຫລຸບ 1 ປີ​ແຫ່ງ​ການ​ປະຕິບັດມະ​ຕິສູນ​ກາງ​ຄັ້ງ​ທີ 4 “ບາງ​ບັນ​ຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ”. ​ຕອບ​ສຳພາດ​ຕໍ່ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ ຮ່ວາງ​ຮືວຕວຽນ, ຮອງ​ເລຂາຄະນະ​ຜູ້​ປະຈຳການ​ອົງຄະນະ​ພັກກຸ່ມ​ບັນດາ​ອົງການແຂວງ​ເຊີນ​ລາ ​ໃຫ້​ຮູ້​ວ່າ.

        “ພາຍຫຼັງ​ການ​ສຳ​ຫຼວດກວດກາຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍ, ຄະນະ​ປະຈຳ​ໄດ້​ຊີ້​ນຳ​ບັນດາ​ໝູ່​ຄະນະ, ຄະນະພັກທຸກ​ຂັ້ນ, ບັນດາ​ສ່ວນບຸກຄົນ​ແກ້​ໄຂຂໍ້​ຂາດ​ຕົກ​ບົກ​ຜ່ອງ, ຄວາມ​ອ່ອນ​ດ້​ອຍພາຍຫຼັງ​ການ​ສ​ຳຫຼວດຕາມ​ມະຕິ​ສູນ​ກາງ​ຄັ້ງ​ທີ 4; ​ເອົາ​ໃຈ​ໃສ່​ປະຕິບັດ​ຕາມ​​ແບບຢ່າງ​ບັນ​ດາພະນັກງານ, ສະມາຊິກ​ພັກ​ທີ່​ມີ​ວຽກ​ງານ​, ການ​ກະທຳ​ທີ່​ດີ. ພ້ອມ​ທັງ​ເພີ່ມ​ທະວີ​ວຽກ​ງານ​ຕິດ​ຕາ​ມກວດກາ, ​ຕິດຕາມ​ກວດກາ​ປະຕິບັດ​ວິ​ໄນ​ບັນດາ​ອົງການ​ພັກ ​ແລະ ສະມາຊິກ​ພັກທີ່​ໄດ້ລະ​ເມີດກົດໝາຍ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ສະມາຊິກ​ພັກທີ່​ໄດ້​ລະ​ເມີດ​ຂໍ້​ກຳນົດຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ສະມາຊິກ​ພັກ​ບໍ່​ໄດ້​ເຮັດ”.

ຂ່າວ/ບົດ​ອື່ນ