ປະເທດຕ່າງໆສືບຕໍ່ຍົກຍ້າຍພົນລະເມືອງອອກຈາກ Yemen

ປະເທດຕ່າງໆສືບຕໍ່ຍົກຍ້າຍພົນລະເມືອງອອກຈາກ Yemen - ảnh 1
(ພາບປະກອບ: AFP/TTXVN)

(vovworld) – ວັນ​ທີ 03/04, ຕວກກີ ​ໄດ້​ຍົກ​ຍ້າຍພົນລະ​ເມືອງ​ຂອງ​ປະ​ເທດ​ນີ້​ອອກ​ຈາກ​ເຂດ​ສູ້​ຮົບ​ຢູ່ Yemen ​ໃນ​ຂະນະ​ທີ່​ປາ​ກິດສຖານ ​ໄດ້​ນຳ​ພົນລະ​ເມືອງ​ຂອງ​ຕົນຕື່ມ​ອີກ 176 ຄົນ​ກັບ​ເມື່ອ​ປະ​ເທດຢ່າງ​ປອດ​ໄພ. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຕວກກີ ​ໃຫ້​ຮູ້​ວ່າ, ບັນດາ​ພົນລະ​ເມືອງຂອງ​ປະ​ເທດ​ນີ້ ຈະ​ເລີ່​ມ​ເດີນທາງຈາກ​ນະຄອນ Aden ​ເຖິງ Djibouti ດ້ວຍ​ກໍ່າ​ປັ່ນ​ຂັບ​ໄລ່​ຂອງ​ກອງທັບ​ເຮືອ​ຕວກກີ ​ແລະ ຈະ​ກັບ​ເມືອ​ປະ​ເທດ​ໃນ 2 – 3 ວັນ​ຈະ​ມາ​ເຖິງ. ປາ​ກິດສຖານ ກໍ່​ໄດ້​ນຳ​ຈຳນວນ​ພົນລະ​ເມືອງ​ດັ່ງກ່າວຈາກ Djibouti ກັບ​ເມື່ອ​ປະ​ເທດ ພາຍຫຼັງ​ທີ່​ກໍ່າ​ປັ່ນ​ຈີນ ໜູນ​ຊ່ວຍ​ນຳອອກ​ຈາກ​ເຂດ​ສູ້​ຮົບ ພ້ອມ​ກັບ​ພົນ​ລະ​​ເມືອງ​ຂອງ​ບັນດາ​ປະ​ເທດ​ອື່ນ​ຄື: ​ເອຣີ​ໂອ​ເປີຍ, ສິງກະ​​ໂປ, ອີ​ຕາ​ລີ, ​ເຢຍລະ​ມັນ, ​ໂປ​ໂລ​ຍ… ຕາມກະຊວງ​ປ້ອງ​ກັນ​ປະ​ເທດ​ປາ​ກິດສຖານ ​ແລ້ວ, ປະຈຸ​ບັນ ຍັງ​ມີ​ພົນ​ລະ​​ເມືອງຂອງ​ປະ​ເທດ​ນີ້​ປະ​ມານ 200 – 250 ຄົນ​ຍັງ​ຖືກຄ້າງ​​ໄວ້​ຢູ່ Yemen ​ແລະ ລັດຖະບານ​ພວມ​ຊອກ​ຫາ​ວິທີ​ເພື່ອ​ນຳ​ເຂົ້າ​ເຈົ້າ​ກັບ​ເມືອ​ປະ​ເທດ​ໃນ 2 ມື້​ຈະ​ມາ​ເຖິງ.
ຂ່າວ/ບົດ​ອື່ນ