ປະເທດຕ່າງໆເພີ່ມທະວີການໜູນຊ່ວຍອາບຟຣີກາຕາເວັນຕົກປ້ອງກັນ,ຕ້ານໂລກລະບາດEbola

ປະເທດຕ່າງໆເພີ່ມທະວີການໜູນຊ່ວຍອາບຟຣີກາຕາເວັນຕົກປ້ອງກັນ,ຕ້ານໂລກລະບາດEbola - ảnh 1
ຜູ້ອຳນວຍການໃຫຍ່ WHO ທ່ານນາງ Margaret Chan (ຊ້າຍ) ທີ່ການປະຊຸມຂ່າວດ່ວນ
(ພາບ: AFP/TTXVN)

(vovworld) – ຕໍ່ໜ້າ​ໄພ​ອັນຕະລາຍ​ຂອງໂລກລະບາດ Ebola ນັບ​ມື້​ນັບ​ແຜ່​ລາມ​ອອກ​ສູ່​ວົງກ້ວາງ​, ນາບ​ຂູ່​ຫຼາຍ​ປະ​ເທດ​ໃນ​ໂລກ, ​ວັນ​ທີ 8/8, ໂຄສົກ​ສູນ​ກວດກາ ​ແລະ ສະກັດ​ກັ້ນ​ໂລກລະບາດ ອາ​ເມ​ລິ​ກາ ພວມ​ສົ່ງ​ພາລະ​ກອນ ​ແລະ ວັດຖຸ​ອຸປະກອນ ​ເຖິງ Nigeria ຍ້ອນ​ເປັນ​ຫ່ວງ​ກັງວົນ​ວ່າ: ສະພາບ​ໂລກລະ​ບາດ​ກໍ່​ຄື​ໄພ​ຕິດ​ແປດ​ຢູ່​ນະຄອນຫຼວງ Lagos ຍ້ອນ​ປະ​ເທດ​ນີ້​ຍັງ​ບໍ່​ທັນ​ຮັບ​ມື​ກັບ​ໂລກລະບາດ Ebola ຈັກ​ເທື່ອ. ພ້ອມ​ກັນ​ນັ້ນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອັງກິດ Philip Hammond ​ໄດ້​ໂຮມ​ປະຊຸມ​ຂອງ​ຄະນະ​ກຳມະການ​ສະພາວະ​ສຸ​ກ​ເສີນ​ຂຶ້ນ​ກັບ​ລັດຖະບານ​ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​ຮັບ​ມື​ຢ່າງ​ທັນ​ການ. ລັດຖະບານ ອັງກິດ ກໍ່​ປະກາດ​ຈະ​ໜູນ​ຊ່ວຍ​ຈຳນວນ​ເງິນ 3 ລ້ານ​​ປອນ (ກ່ວາ 5 ລ້ານ USD) ​ເພື່ອ​ແນ​ໃສ່​ຊ່ວຍ​ຍົກ​ສູງ​ປະສິດ​ທິຜົນ​ຂອງ​ລະບົບ​ສາທາລະນະ​ສຸກ ຢູ່ Sierra Leon ​ແລະ Liberia, ພ້ອມ​ທັງ​ໜູນ​ຊ່ວຍ WHO, ກອງ​ທຶນ​ເຍົາວະ​ຊົນ ສປຊ (UNICEF) ​ແລະ ຄະນະ​ກຳມະການ​ໜູນ​ຊ່ວຍ​ສາກົນ (IRC) ສະກັດ​ກັ້ນ​ໂລກລະບາດ​ແຜ່​ລາມ​ອອກ​ຢ່າງ​ກ້ວາງ​ຂວາງ. ມາ​ຮອດ​ປະຈຸ​ບັນ, ອັງກິດ ​ໄດ້​ປະກອບ​ຈຳນວນ​ເງິນ​ທັງ​ໝົດ 5 ລ້ານ​ປອນ (ປະມານ 8,5 ລ້ານ USD) ​ໃຫ້​ບັນດາ​ຄວາມ​ມານະ​ພະຍາຍາມ​ລົບ​ລ້າງ​ໂລກລະບາດ Ebola. ຄະນະ​ກຳມະການ​ເອີ​ລົບ ປະກາດ​ໜູນ​ຊ່ວຍ​ຈຳນວນ​ເງິນ 8 ລ້ານ ​ເອີ​ໂຣຕື່ມ​ອີກ (10,6 ລ້ານ USD) ​ໃຫ້​ແກ່​ເຂດ​ອາບຟຣີກາ​ຕາ​ເວັນ​ຕົກ.



ຂ່າວ/ບົດ​ອື່ນ