ປະແລດສະຕີນຮຽກຮ້ອງປະຊາຄົມໂລກບັງຄັບອິດສະຣາແອນຢຸດຕິການຢຶດຄອງ

ປະແລດສະຕີນຮຽກຮ້ອງປະຊາຄົມໂລກບັງຄັບອິດສະຣາແອນຢຸດຕິການຢຶດຄອງ - ảnh 1
ເຂດຕັ້ງຖິ່ນຖານຄົງທີ່ຂອງ Ramot ຂອງ ອິສະຣາແອນ
 (ພາບ: AFP/TTXVN)

(vovworld) –  ວັນ​ທີ 26/1, ອຳນາດ​ການ​ປົກຄອງ ປາ​ແລດ​ສະຕີ​ນ (PA) ​ໄດ້​ກ່າວ​ປະນາມ​ເຫດການ​ບຸກ​ໂຈມ​ຕີ​ຂອງ ອິດສະຣາ​ແອນ ​ແນ​​ໃສ່ຢຶດຄອງ​ດິນ​ແດນ​ຂອງ ປາ​ແລດ​ສະຕີ​ນ ​ໂດຍຜ່ານ​ການ​ເຄື່ອນ​ໄຫວ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່ ​ແລະ ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ບັງຄັບ​ໃຫ້ ອິດສະ​ຣາ​ແອນ ຢຸດຕິ​ການ​ຢຶດຄອງ. PA ຖື​ວ່າ: ​ເລື່ອງ ​ອິດສະຣາ​ແອນ ປິນຂັ້ນ​ໄດໃນ​ການເຄື່ອນ​ໄຫວ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່ ຢູ່ Jerusalem, Hebron, ຮ່ວມ​ພູຈໍ​ແດນ ​ແລະ ສະຖານ​ທີ່​ອື່ນໆ​ແມ່ນ​ໄປ​ຝືນ​ກັບ​ບັນດາ​ມາດ​ຕະການ​ແກ້​ໄຂ​ໂດຍ​ຄົງ​ຕົວ 2 ລັດ, ​ເຮັດ​ໃຫ້​ເພີ່ມ​ທະວີ​ໄພ​ເກີດສົງຄາມທາງສາສະໜາ​ໃນ​ພາກ​ພື້ນ. ກະຊວງ​ການ​ຕ່າງປະ​ເທດ PA ກໍ​ຮຽກ​ຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ຮັບຮອງ​ເອົາ​ວິທີ​ແຂງ​ແຮງ​ກ່ວາ​ເພື່ອ​ບັງຄັບ​ໃຫ້​ອິ​ດສະ​ຣາ​ແອນ ຢຸດຕິ​ການ​ຢຶດຄອງ​ເຂດ​ດິນ​ແດນ​ຂອງ ປາ​ແລດ​ສະຕີ​ນ ກໍ​ຄື​ສະກັດ​ກັ້ນ​ການ​ເຄື່ອນ​ໄຫວ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່ ​ແລະ ບັນດາ​ບາດກ້າວ​ເດີນ​ພຽງ​ລຳພັງ​ຝ່າຍ​ດຽວ​ຂອງ ອິດສະຣາ​ແອນ. ກະຊວງ​ດັ່ງກ່າວ​ກໍ​ໃຫ້​ຮູ້​ວ່າ: ພວມ​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ກັບ​ຫຼາຍ​ປະ​ເທດ​​ເພື່ອ​ຊຸກຍູ້​ບັນດາ​ມະຕິ​ຂອງ ສປຊ ​​ແນ​ໃສ່​ຢຸດຕິ​ການ​ເຄື່ອນ​ໄຫວ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່, ຈັດ​ຕັ້ງ​ກອງ​ປະຊຸມ​ສາກົນກ່ຽວ​ກັບ​ສັນຕິພາບ ​ແລະ ປະຕິບັດ​ການ​ອາລັກຂາ​ຂອງ​ສາກົນ​ສຳລັບ​ປະຊາຊົນ​ປາ​ແລດ​ສະຕີ​ນ.


ຂ່າວ/ບົດ​ອື່ນ