ປາກິດສະຖານ ປະຕິເສດ ການສືບສວນກ່ຽວກັບ ການບຸກໂຈມຕີທາງອາກາດຂອງ ນາໂຕ

ກອງທັບ ປາ​ກິດ​ສະຖານ ​ໄດ້​ປະຕິ​ເສດ​ບົດ​ລາຍ​ງານກ່ຽວ​ກັບ​ການ​ສືບ​ສວນການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ ນາ​ໂຕ ​ໃນ​ເດືອນ ພະຈິກ ຢູ່​ເຂດ​ຊາຍ​ແດນ​ຂອງ​ປະ​ເທດ​ນີ້ ​ເຊິ່ງ​ເຮັດ​ໃຫ້ທະຫານປາ​ກິດ​ສະຖານ 24 ຄົນ​ຖື​ກເສຍ​ຊີວິດ. ຄຳ​ຖະ​ແຫຼ​ງຂອງ​ກອງທັບ ປາ​ກິດ​ສະຖານ ຖືກຍົກ​ອອກ​ໃນ​ຕອນ​ເຊົ້າ​ວັນ​ທີ 23 ທັນວາ​ໄດ້​ຊີ້​ແຈງ​ວ່າບົດ​ລາຍ​ງານ​ທີ່​ສືບສວນຂາດ​ຖານຕົວ​ຈິງ ​ແລະ ປາ​ກິດ​ສະຖານ ຈະ​ຍົກ​ມີປະຕິກິລິຍາລະອຽດພາຍຫຼັງ​ໄດ້ຮັບບົດ​ລາຍ​ງານສືບສວນ. ກອນ​ໜ້າ​ນັ້ນ, ຝ່າຍ ອາ​ເມ​ລິ​ກາ ​ໄດ້​ປະກາດ​ບົດ​ລາຍງານ​ສືບສວນໂດຍ​ສະຫຼຸບ​ວ່າ ທັງ ປາ​ກິດ​ສະຖານ ​ແລະ ອາ​ເມ​ລິ​ກາ ລ້ວນ​ແຕ່​ມີ​ຄວາມ​ຜິດທີ່​ພາ​ໄປ​ເຖິງ​ບັນດາ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ນີ້. ການ​ບຸກ​ໂຈມ​ຕີ​ຂອງ ນາ​ໂຕ ​ເມື່ອ​ວັນ​ທີ 26 ພະຈິກ ທີ່​ຜ່ານ​ມາ​ຢູ່​ດ່ານກວດກາ​ທະຫານ ປາ​ກິດ​ສະຖານ​ເຊິ່ງ​ເຮັດ​ໃຫ້​ທະ​ຫານ ປາ​ກິດ​ສະຖານ 24 ຄົນ​ຖືກ​ເສຍ​ຊີວິດ ແລະ ​ເຮັດ​ໃຫ້​ສາຍ​ພົວພັນລະຫ່ວາງ ປາ​ກິດ​ສະຖານ ​ອາ​ເມ​ລິ​ກາ ​ແລະ ນາ​ໂຕ ຍິ່ງເພີ່ມຄວາມເຄັ່ງ​ຕຶງ ປະຈຸ​ບັນ​ເຄັ່ງ​ຕຶງ​​ຂື້ນຕື່ມ .
ຂ່າວ/ບົດ​ອື່ນ