ປາກິດສະຖານ ສືບຕໍ່ປິດປະຕູເຂດນ່ານຟ້າກັບອິນເດຍ

(VOVWORLD) -ວັນທີ 15 ພຶດສະພາ, ປາກິດສະຖານ ໄດ້ຕົກລົງສືບຕໍ່ປິດປະຕູເຂດນ່ານຟ້າສຳລັບບັນດາສາຍການບິນໄປ-ກັບເຖິງ ອິນເດຍ ຮອດວັນທີ 30 ພຶດສະພາ ຈະມາເຖິງ.

ແຫຼ່ງຂ່າວຂັ້ນສູງຂອງລັດຖະບານປາກິດສະຖານ ໃຫ້ຮູ້ວ່າ, ກອງປະຊຸມລະຫວ່າງບັນດາເຈົ້າໜ້າທີ່ປ້ອງກັນຊາດ ແລະ ການບິນສຳຄັນແຖວໜ້າຂອງປະເທດນີ້ ກ່ຽວກັບເລື່ອງພິຈາລະນາການເປີດປະຕູເຂດນ່ານຟ້າໃຫ້ບັນດາຖ້ຽວບິນໄປ - ກັບ ເຖິງ ອິນເດຍ ໄດ້ຕົກລົງເຫັນດີຮັກສາຄຳສັ່ງປິດປະຕູເຂດນ່ານຟ້າໄວ້ຄືເກົ່າ ຮອດວັນທີ 30 ພຶດສະພາ, ພາຍຫຼັງທີ່ມີໝາກຜົນການປ່ອນບັດສະພາຕ່ຳອິນເດຍ. ບໍລິສັດການບິນພົນລະເຮືອນ ປາກິດສະຖານ ໄດ້ແຈ້ງຂໍ້ຕົກລົງດັ່ງກ່າວໃຫ້ບັນດານັກບິນຮັບຊາບ.

        ປະຕິກິລິຍາຕໍ່ຂໍ້ຕົກລົງດັ່ງກ່າວ, ບໍລິສັດການບິນ ປາກິດສະຖານ (PIA) ຖືວ່າ, ເລື່ອງປິດປະຕູເຂດນ່ານຟ້າກັບອິນເດຍ ແມ່ນບໍ່ເໝາະສົມ, ເມື່ອບັນດາເສັ້ນທາງລົດໄຟ ແລະ ທາງບົກລະຫວ່າງ 2 ປະເທດຍັງເຄື່ອນໄຫວເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ