ປາກິດສະຖານ ຮຽກຮ້ອງໃຫ້ປະຊາຄົມສາກົນຫນູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກນ້ຳຖ້ວມ

(VOVWORLD) - Punjab, Sindh, Khyber Pakhtunkhwa ແລະ Balochistan ເພື່ອໜູນຊ່ວຍອຳນາດການປົກຄອງບັນດາທ້ອງຖິ່ນ ສະກັດກັ້ນກໍລະນີສຸກເສີນຍ້ອນຝົນຕົກໜັກ ແລະ ນ້ຳຖ້ວມກໍ່ຂຶ້ນ.
ປາກິດສະຖານ ຮຽກຮ້ອງໃຫ້ປະຊາຄົມສາກົນຫນູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກນ້ຳຖ້ວມ - ảnh 1ສະພາບນ້ຳຖ້ວນຢ່າງໜັກໜ່ວງຢູ່ ປາກິດສະຖານ (ພາບ: ສຳນັກຂ່າວສານຊິນຮວາ/TTXVN)

ວັນທີ 26/8, ທ່ານນາຍົກລັດຖະມົນຕີ ປາກິດສະຖານ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນໜູນຊ່ວຍ ຮັບມືກັບຄວາມເສຍຫາຍຢ່າງໜັກໜ່ວງກ່ຽວກັບຊີວິດອິນຊີ ແລະ ຊັບສິນຍ້ອນນ້ຳຖ້ວມກໍ່ຂຶ້ນຢູ່ປະເທດທຸກຍາກນີ້.

        ຄຳຮຽກຮ້ອງໄດ້ຍົກອອກມາພາຍຫຼັງລັດຖະບານ ປາກິດສະຖານ ປະກາດສະພາບການສຸກເສີນເພື່ອຮັບມືກັບນ້ຳຖ້ວມໃນເດືອນ ມິຖຸນາ. ໄພພິບັດນ້ຳຖ້ວມ ໄດ້ເຮັດໃຫ້ປະຊາຊົນກ່ວາ 930 ຄົນຖືກເສຍຊີວິດ ແລະ ພວມສົ່ງຜົນສະທ້ອນເຖິງຊີວິດຂອງປະຊາຊົນວາ 4 ລ້ານຄົນອື່ນອີກ.

        ແລະ ກໍ່ໃນວັນດຽວກັນ, ກະຊວງພາຍໃນ ປາກິດສະຖານ ໄດ້ອະນຸຍາດໃຫ້ຜັນຂະຫຍາຍກອງທັບ ຢູ່ 4 ແຂວງ: Punjab, Sindh, Khyber Pakhtunkhwa ແລະ Balochistan ເພື່ອໜູນຊ່ວຍອຳນາດການປົກຄອງບັນດາທ້ອງຖິ່ນ ສະກັດກັ້ນກໍລະນີສຸກເສີນຍ້ອນຝົນຕົກໜັກ ແລະ ນ້ຳຖ້ວມກໍ່ຂຶ້ນ.

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 26 ສິງຫາ, ອີຢູ ໄດ້ປະກາດວ່າຈະສະໜອງຈຳນວນເງິນ 1,8 ລ້ານ euro ເພື່ອຊ່ວຍເຫຼືອຄອບຄົວທີ່ຖືກຜົນສະທ້ອນນ້ຳສຸຖ້ວມໃນບໍລິເວນກ້ວາງຂອງ ປາກິດສະຖານ.

ຕອບກັບ

ຂ່າວ/ບົດ​ອື່ນ