ປາ​ທູນາ​ຫວຽດ​ນາມ ມີ​ກາ​ລະ​ໂອ​ກາດ​ຫຼາຍ​ຢ່າງ​ໃນ​ການ​ສົ່ງ​ເຂົ້າ​ຕະ​ຫຼາດ​ເອີ​ລົ

(VOVWORLD) -ໃນ 2 ເດືອນມໍ່ໆມານີ້, ມູນຄ່າສົ່ງອອກປາທູຂອງຫວຽດນາມ ໄດ້ເພີ່ມຂຶ້ນກວ່າ 10% ເມື່ອທຽບໃສ່ໄລຍະກ່ອນທີ່ສັນຍາ EVFTA ມີຜົນສັກສິດ, ບັນລຸເກືອບ 12 ລ້ານ USD/ເດືອນ.

ປາ​ທູນາ​ຫວຽດ​ນາມ ມີ​ກາ​ລະ​ໂອ​ກາດ​ຫຼາຍ​ຢ່າງ​ໃນ​ການ​ສົ່ງ​ເຂົ້າ​ຕະ​ຫຼາດ​ເອີ​ລົ - ảnh 1 ມູນຄ່າສົ່ງອອກປາທູຂອງຫວຽດນາມ ໄດ້ເພີ່ມຂຶ້ນກວ່າ 10%

(ພາບປະກອບ)

ນັບແຕ່ນີ້ຮອດທ້າຍປີ 2020, ຜະລິດຕະພັນປຸງແຕ່ງຈາກປາທູນາຂອງ ຫວຽດນາມ ມີກາລະໂອກາດຫຼາຍຢ່າງໃນການສົ່ງເຂົ້າຕະຫຼາດເອີລົບ. ນີ້ແມ່ນຄຳຢືນຢັນຂອງການນຳກະຊວງກະສິກຳ ແລະ ຊົນນະບົດຫວຽດນາມ ໃນກອງປະຊຸມກ່ຽວກັບການຊຸກຍູ້ການສົ່ງອອກປາທູນາຕາມລະບົບ, ສົ່ງອອກປາທູເຂົ້າຕະຫຼາດເອີລົບ ແລະ ຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຖືກຕາມຂໍ້ກຳນົດ (IUU) ຖືກດຳເນີນໃນຕອບ່າຍວັນທີ 10 ຕຸລາ, ຢູ່ແຂວງ ແຄ໊ງຮ່ວາ.

ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ (EVFTA) ມີຜົນສັກສິດນັບແຕ່ວັນທີ 01 ສິງຫາ 2020, ຕາມນັ້ນແລ້ວ, ສະຫະພາບເອລົບ ໄດ້ລົບລ້າງອັດຕາພາສີວົງເງິນສົ່ງອອກສິນໃນນ້ຳຂອງຫວຽດນາມ 86,5% ໃນຮອບເວລາ 3 ປີ ແລະ 90,3% ໃນຮອບເວລາ 5 ປີ ແລະ 10% ໃນຮອບເວລາ 7 ປີ.

ໃນ 2 ເດືອນມໍ່ໆມານີ້, ມູນຄ່າສົ່ງອອກປາທູຂອງຫວຽດນາມ ໄດ້ເພີ່ມຂຶ້ນກວ່າ 10% ເມື່ອທຽບໃສ່ໄລຍະກ່ອນທີ່ສັນຍາ EVFTA ມີຜົນສັກສິດ, ບັນລຸເກືອບ 12 ລ້ານ USD/ເດືອນ.

ຕອບກັບ

ຂ່າວ/ບົດ​ອື່ນ