ປາແລດສຕິນ ແລະ ສະຫະປະຊາຊາດຮຽກຮ້ອງໜູນຊ່ວຍເຂດກາຊາຢ່າງຮີບດ່ວນ

ປາແລດສຕິນ ແລະ ສະຫະປະຊາຊາດຮຽກຮ້ອງໜູນຊ່ວຍເຂດກາຊາຢ່າງຮີບດ່ວນ - ảnh 1
(ພາບປະກອບ: AFP)

(vovworld) – ວັນ​ທີ 09/09, ອຳນາດ​ການ​ປົກ​ຄອງປາ​ແລດ​ສຕິນ ​ແລະ ສະຫະ​ປະຊາ​ຊາດ ​ໄດ້​ຮຽກຮ້ອງການ​ໜູນ​ຊ່ວຍ​ມະນຸດສະທຳ​ຮີບ​ດ່ວນດ້ວຍ​ຈຳນວນ​ເງິນ 427 ລ້ານ​ເອີ​ໂລ ​ໃຫ້​ສາມັນ​ຊົນປາ​ແລດ​ສຕິນ ທີ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ການ​ປະ​ທະ​ກັນ​ທີ່​ນອງ​ເລືອດ​ຢູ່​ເຂດ​ກາຊາ ​ເມື່ອ​ເດືອນ 08 ຜ່ານ​ມາ. ​ເຂດຜືນ​​ແຜ່ນດິນ​ປາ​ແລດ​ສຕິນ ດ້ວຍ​ພົນລະ​ເມືອງ 1,8 ລ້ານ​ຄົນ ຖືກ​ທຳລາຍ​ຢ່າງ​ໜັກໜ່ວງຍ້ອນ​ສົງຄາມ​ຄັ້ງ​ທີ 3 ​ໃນ​ຮອບ​ເວລາ 6 ປີຜ່ານມາ, ລະຫວ່າງ​ກອງທັບ​ອິດສຣາ​ແອນ ​ແລ​ະ ຂະ​ບວນການ​ປະກອບ​ອາວຸດ​ຮາ​ມາດ. ຈຳນວນ​ເງິນ 427 ລ້ານ​ເອີ​ໂລ ຮຽກຮ້ອງ​ໜູນ​ຊ່ວຍ​ໃນ​ຈຸດ​ເວລາ​ນີ້ ມີ​ແຕ່ພຽງພໍ​​ໃຫ້​ໄລຍະເວລາ 2 – 3 ​ເດືອນ​ເທົ່າ​ນັ້ນ ​ແລະ ບໍ່​ແມ່ນ​ມາດ​ຕະການ​ແກ້​ໄຂ. ກ່ອນ​ອື່ນ​ໝົດ, ຕ້ອງ​ມີ​ການ​ປ່ຽນ​ແປງ​ທີ່​ໃຫຍ່ຫຼວງ​ຢູ່​ເຂດ​ກາຊາ, ນັ້ນ​ແມ່ນ​ຄຳ​ສັ່ງ​ຢຸດ​ຍິງ​ໄລຍະ​ຍາວ, ​ແມ່ນ​ການຍຸບ​ເລິກ​​ຄຳ​ສັ່ງ​ປິດ​ລ້ອມ, ຂວ້ຳ​ບາດ ​ແລະ ​ແມ່ນມາດ​ຕະການ​ດ້ານ​ການ​ເມືອງ.

        ກ່ອນ​ໜ້າ​ນັ້ນ, ອີ​ຍິບ ຖະ​ແຫຼງວ່າ, ກອງ​ປະຊຸມ​ສາກົນ​ບັນດາ​ນັກ​ອຸປະຖຳ​ໃຫ້​ປາ​ແລດ​ສຕິນ ຈະ​ຈັດ​ຂຶ້ນໃນ​ວັນ​ທີ 12/10 ​ຢູ່​ນະຄອນ​ກາຍ​ໂຣ. ນີ້​ແມ່ນ​ຄັ້ງ​ທີ 3 ​ໃນ 2 – 3 ປີຜ່ານມາ, ບັນດາ​ນັກ​ອຸປະຖຳ​ສາກົນ​​ໄດ້ຮຽກຮ້ອງ​ການ​ໜູນ​ຊ່ວຍ​ໃຫ້​ວິ​ວັດ​ການ​ສ້າງ​ຕັ້ງ​ເຂດ​ກາຊາ ຄືນ​ໃໝ່.

ຂ່າວ/ບົດ​ອື່ນ