ປາແລດສະຕີນ ລະນຶກ 45 ປີແຫ່ງ ວັນເກີດສົງຄາມຢູ່ຕາເວັນອອກກາງ

 ປາແລດສະຕີນ ລະນຶກ 45 ປີແຫ່ງ      ວັນເກີດສົງຄາມຢູ່ຕາເວັນອອກກາງ - ảnh 1
ຊາວປາແລດສະຕີນ ໃນມື້ລະນຶກ 45 ແຫ່ງວັນອິດສະຣາແອນຢືດຄອງເຂດ
ດິນແດນຂອງປາແລດສະຕີນ
 

(vovworld) - ວັນ​ທີ 5/6 ຊາວ​ປາ​ແລດ​ສະຕີ​ນ ຢູ່​​ເຂດ​ຝັງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ ​ແລະ ​ເຂດ​ກາຊາ ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ລະນຶກ 45 ປີ​ແຫ່ງ​ວັນ ອິດສະ​ຣາ​ແອນ ຢືດຄອງ​ບັນດາ​ເຂດ​ດິນ​ແດນ​ຂອງ​ປາ​ແລດ​ສະຕີ​ນ ​ໃນ​ສົງຄາມ​ອາ​ຮັບ - ອິດສະຣາ​ແອນ ປີ 1967 ຢ່າງ​ຜິດ​ກົດໝາຍ ​ແລະ ຢືນຢັນ​ຄຳ​ຕັດສິນ​ໃຈ​ສ້າງ​ຕັ້ງ​ລັດ​ປາ​ແລ​ສະຕີ​ນ​ ​ເອກະລາດ. ຊາວ ປາ​ແລດ​ສະຕີ​ນ ​ໄດ້​ຕັ້ງ​ຊື່​ໃຫ້​ພິທີ​ລະນຶກ​ດັ່ງກ່າວ ​al - Naksa ​ແລະ ​ ​ຂີດ​ໝາຍ​ດ້ວຍບັນດາ​ງານ​ໂຮມ​ຊຸມນຸມ, ການ​ແຫ່​ຂະ​ບວນຢູ່ ​ເຂດຝັງ​ຕາ​ເວັນ​ຕົກ​ແມ່ນ​ນ້ຳ​ຈຳ​ແດນ, Jerusalem ຕາ​ເວັນ​ອອກ. ​ແຫ່ງນີ້​ເຄີ​ຍຖືກ ອິດສະຣາ​ແອນ ຢືດຄອງ​​ເມື່ອ​ປີ 1967 ​ແຕ່​ຊາວ ປາ​ແລດ​ສະຕີ​ນ ພັດຖື​​ແຫ່ງ ນີ້​ແມ່ນ​ນະຄອນຫລວງ​ ຂອງປະ​ເທດ​​ເຂົາ​ເຈົ້າໃນ​ອະນາຄົດ. ປະຊາຊົນ ປາ​ແລດ​ສະຕີ​ນ ​ໄດ້​ຮຽກຮ້ອງ​ໃຫ້ມີການ​ແຊກ​ແຊງ​ສາກົນ​​ໂດ​ບທັນ​ທີເພື່ອ​ຢຸດຕິ​ການ​ຢືດຄອງ​ທາງ​ການ​ທະຫານ​​ໃນບັນດາ​ເຂດ​ດິນ​ແດນ​ຂອງ​ຕົນ. ປີ​ນີ້ ຊາວ​ປາ​ແລດ​ສະຕີ​ນ ຈັດ​ຕັ້ງບັນດາ​ການ​ເຄື່ອນ​ໄຫວ​ໃນ​ສະພາບ​ວິວັດທະນາ​ການ​ສັນຕິພາບ​ຢູ່ ຕາ​ເວັນ​ອອກ​ກາງ ພວມ​ຕົກ​ເຂົ້າ​ສູ່​ສະພາບ​​ບໍ່​ມີ​ທາງ​ອອກ​ແຕ່​ເດືອນ 10/2010 ຍ້ອນ​ຄວາມ​ບໍ່​ລົງ​ລອຍ​ກັນ​ທີ່​ກ່ຽວຂ້ອງ​ເຖິງ​ເລື​່ອງ ອິດສະ​ຣາ​ແອນ ກໍ່ສ້າງ​ບັນດາ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຂອງ​ຊາວ ຢິວ ​ໃນ​ເຂດ​ດິນ​ແດນທີ່​ເຂົາ​ເຈົ້າ​ຢືດຄອງ​ຂອງ ປາ​ແລດ​ສະຕີ​ນ.

 

ຂ່າວ/ບົດ​ອື່ນ