ປາ​ແລັດ​ສະ​ຕິນ ວິ​ຕົກ​ກັງ​ວົນ​ ອິດ​ສະ​​ຣາ​ແອັນ ຈະໂຈ​ະການ​ປະ​ຕິ​ບັດ​ຂ​ໍ້​ຕົກ​ລົງ​ຢຸດ​ຍິງ

(VOVWORLD) -   ຖະແຫຼງການກໍ່ໄດ້ເວົ້າຢ່າງແຈ້ງວ່າບັນດາພັກຝ່າຍ ແລະ ບັນດາກຳລັງປະກອບອາວຸດ ປາແລັດສະຕິນ ຈະບໍ່ຍອມ ປະໃຫ້ຊາວ ກາຊາ ຕ້ອງຕາຍຍ້ອນຄວາມອຶດຫິວເພາະວ່າຖືກ ອິດສະຣາແອັນ ປິດລ້ອມ, ແລະ ເວົ້າວ່າ ເຂົາເຈົ້າຈະບໍ່ຮັບຜິດຊອບ ຫຼື ທົນທຸກຄົນດຽວ.

        ວັນທີ 8 ພຶດສະພາ, ບັນດາພັກຝ່າຍ ຢູ່ເຂດ ກາຊາ ໄດ້ຍົກອອກຄຳເຕືອນກ່ຽວກັບເລື່ອງ ອິດສະລາແອັນ ອາດຈະດຳເນີນການບຸກໂຈມຕີດ້ານການທະຫານອື່ນໃສ່ ເຂດ ກາຊາ, ຫຼື ໂຈະການປະຕິບັດຂໍ້ຕົກລົງຢຸດຍິງເບື້ອງຕົ້ນໂດຍ ອີຢິບ, ສະຫະປະຊາຊາດ ແລະ ກາຕາ ເປັນປະເທດໄກ່ເກ່ຍເພື່ອແນໃສ່ຢຸດຕິກະແສຟອງການໃຊ້ຄວາມຮຸນແຮງທີ່ລະເບີດຂຶ້ນໃນເວລາມໍ່ໆມານີ້.

        ຖະແຫຼງການກໍ່ໄດ້ເວົ້າຢ່າງແຈ້ງວ່າບັນດາພັກຝ່າຍ ແລະ ບັນດາກຳລັງປະກອບອາວຸດ ປາແລັດສະຕິນ ຈະບໍ່ຍອມ ປະໃຫ້ຊາວ ກາຊາ ຕ້ອງຕາຍຍ້ອນຄວາມອຶດຫິວເພາະວ່າຖືກ ອິດສະຣາແອັນ ປິດລ້ອມ, ແລະ ເວົ້າວ່າ ເຂົາເຈົ້າຈະບໍ່ຮັບຜິດຊອບ ຫຼື ທົນທຸກຄົນດຽວ.

        ກ່ຽວຂ້ອງເຖິງສະພາບການໃນປັດຈຸບັນ, ທ່ານ  Zakareya Bakker ຫົວໜ້າຄະນະກຳມະການຊາວປະມົງຢູ່ເຂດກາຢາ, ໃຫ້ຮູ້ວ່າ: ປັດຈຸບັນ, ອິດສະຣາແອັນ ພວມຈັດວາງບັນດາຂໍ້ຈຳກັດໃນການກາປາສຳລັບຊາວປະມົງຢູ່ເຂດກາຢາກ່ວາ 3000 ຄົນ ໃນຕະຫຼອດເວລາ  5 ວັນຢ່າງຕໍ່ເນື່ອງ. ຕາມທ່ານແລ້ວ, ນີ້ແມ່ນຂໍ້ຕົກລົງ “ບໍ່ມີຄວາມສະເໝີພາບ ແລະ ບໍ່ເປັນທຳ” ພາຍຫຼັງສອງຝ່າຍໄດ້ເຫັນດີເປັນເອກະພາບກ່ຽວກັບຂໍ້ຕົກລົງຢຸດຍິງເບື້ອງຕົ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ