ປາແລັດສະຕິນ ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດຈັດກອງປະຊຸມກ່ຽວກັບຄວາມເຄັ່ງຕຶງຢູ່ເຂດກາຊາ

(VOVWORLD) -ວັນທີ 04 ພຶດສະພາ, ອຳນາດການປົກຄອງປາແລັດສະຕິນ (PA) ໄດ້ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ ຈັດກອງປະຊຸມໂດຍທັນທີ ເພື່ອແນໃສ່ຢຸດຕິບັນດາການບຸກໂຈມຕີທາງອາກາດຂອງອິດສະຣາແອັນ ແນໃສ່ເຂດກາຊາ.

ໃນແຈ້ງການສື່ມວນຊົນ, ອົງການທຸຕານຸທູດຂອງ PA ໄດ້ກ່າວປະນາມ “ການກະທຳເກາະຜິດດ້ານການທະຫານຂອງອິດສະຣາແອັນ ແນໃສ່ຊຸມຊົນຢູ່ເຂດກາຊາ ແລະ ກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງ”. ຖະແຫຼງການດັ່ງກ່າວໄດ້ເນັ້ນໜັກວ່າ, ບັນດາການກະທຳນີ້ໄດ້ຊີ້ໃຫ້ເຫັນວ່າ ທັດສະນະຈຳແນກເຊື້ອຊາດຜິວພັນຂອງອາເມລິກາ ແລະ ອິດສະຣາແອັນ ຕ້ານຄືນປະຊາຊົນປາແລັດສະຕິນ ຢູ່ບັນດາເຂດດິນແດນເຊິ່ງປາແລັດສະຕິນ ຢຶດຄອງ.

        ໃນຖະແຫຼງການເຊິ່ງໄດ້ຍົກອອກມາກ່ອນໜ້ານັ້ນ, PA ກໍ່ໄດ້ຮຽກຮ້ອງໃຫ້ສະຫະປະຊາຊາດ ມີການກະທຳເພື່ອສະກັດກັ້ນບັນດາການບຸກໂຈມຕີທາງອາກາດຂອງອິດສະຣາແອັນ ແນໃສ່ສາມັນຊົນ ຢູ່ເຂດກາຊາ, ພ້ອມທັງສະແດງຄວາມວິຕົກກັງວົນກ່ຽວກັບການກະທຳປີນຂັ້ນໄດຂອງອິດສະຣາແອັນ.

ຕອບກັບ

ຂ່າວ/ບົດ​ອື່ນ