ປາແລັດສະຕິນມານະພະຍາຍາມຂົນຂວາຍສະພາຄວາມໝັ້ນຄົງສປຊສະກັດກັ້ນອິດສະຣາແອັນ ໂຮມເຂດຕາເວັນຕົກແມ່ນ້ຳຈໍແດນ

(VOVWORLD) -ປາແລັດສະຕິນ ຈະຮຽກຮ້ອງໃຫ້ອົງການນີ້ເພີ່ມຄວາມກົດດັນຕໍ່ລັດຖະບານອິດສະຣາແອັນ
ປາແລັດສະຕິນມານະພະຍາຍາມຂົນຂວາຍສະພາຄວາມໝັ້ນຄົງສປຊສະກັດກັ້ນອິດສະຣາແອັນ ໂຮມເຂດຕາເວັນຕົກແມ່ນ້ຳຈໍແດນ - ảnh 1(ພາບປະກອບ: AFP/ TTXVN) 

ວັນທີ 06 ມິຖຸນາ, ທູດພິເສດຂອງປາແລັດສະຕິນ ປະຈຳສະຫະປະຊາຊາດ ທ່ານ Riyad Mansour, ໃຫ້ຮູ້ວ່າ, ຝ່າຍປາແລັດສະຕິນຈະເພີ່ມທະວີບັນດາຄວາມມານະພະຍາຍາມຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດເພື່ອສະກັດກັ້ນອິດສະຣາແອັນ ຜັນຂະຫຍາຍແຜນການໂຮມບັນດາເຂດແດນດິນຢູ່ເຂດຕາເວັນຕົກແມ່ນ້ຳຈໍແດນ. ເມື່ອຕອບສຳພາດນັກຂ່າວຂອງ “ວິທະຍຸປາແລັດສະຕິນ”, ທ່ານ Riyad Mansour ເນັ້ນໜັກວ່າ, ປາແລັດສະຕິນ ໄດ້ມີຄວາມມານະພະຍາຍາມຈົດສຸດຄວາມສາມາດເພື່ອສ້າງຕັ້ງແນວໂຮມກວ້າງໃຫຍ່ກວ່າໃນສະຫະປະຊາຊາດ ເພື່ອສະກັດກັ້ນແຜນການທ້ອນໂຮມຂອງອິດສະຣາແອັນ.

ທ່ານ Riyad Mansour, ກໍ່ເວົ້າວ່າ, ທ່ານຈະພົບປະກັບທ່ານປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ບັນດາສະມາຊິກອື່ນໆໃນອົງການນີ້ ເພື່ອອະທິບາຍກ່ຽວກັບຜົນຮ້າຍທີ່ຮ້າຍແຮງເມື່ອອິດສະຣາແອັນ ດຳເນີນແຜນການທ້ອນໂຮມດັ່ງກ່າວ. ຕາມທ່ານແລ້ວ, ປາແລັດສະຕິນ ຈະຮຽກຮ້ອງໃຫ້ອົງການນີ້ເພີ່ມຄວາມກົດດັນຕໍ່ລັດຖະບານອິດສະຣາແອັນ, ເຊິ່ງອຳນາດການປົກຄອງອາເມລິກາ ເຄີຍສະໜັບສະໜູນ, ເພື່ອສະກັດກັ້ນການຜັນຂະຫຍາຍແຜນການທ້ອນໂຮມດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ