ປາແລັດສະຕິນຢຸດຕິການປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມກັບອິດສະຣາແອັນ

(VOVWORLD) -ປາແລັດສະຕິນ ໄດ້ແຈ້ງໃຫ້ອິດສະຣາແອັນ ຊາບວ່າ, ປາແລັດສະຕິນ ບໍ່ປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມໂດຍເລີ່ມມາຈາກບັນດາສັນຍາ Oslo ອີກແລ້ວ.

ປາແລັດສະຕິນຢຸດຕິການປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມກັບອິດສະຣາແອັນ - ảnh 1ປຊຊ ປາແລັດສະຕິນ ຄັດຄ້ານແຜນການສ້າງສັນຕິພາບຢູ່ຕາເວັນອອກກາງ

(ພາບ: Reuters)

ວັນທີ 30 ມັງກອນ, ໃນຖະແຫຼງການໜຶ່ງຂອງທ່ານ Hussein al Shaikh, ລັດຖະມົນຕີບັນດາບັນຫາພົນລະເຮືອນປາແລັດສະຕິນ, ທີ່ສົ່ງໃຫ້ຊ່ອງໂທລະພາບ al Jazeera ໂດຍໃຫ້ຮູ້ວ່າ, ປາແລັດສະຕິນ ໄດ້ແຈ້ງໃຫ້ອິດສະຣາແອັນ ຊາບວ່າ, ປາແລັດສະຕິນ ບໍ່ປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມໂດຍເລີ່ມມາຈາກບັນດາສັນຍາ Oslo ອີກແລ້ວ. ໃນສື່ສັງຄົມ Twitter ສ່ວນຕົວ, ທ່ານ al Shaikh ໃຫ້ຮູ້ວ່າ, ທ່ານປະທານາທິບໍດີປາແລັດສະຕິນ Mahmoud Abbas ຄາດວ່າຈະມີ “ບົດກ່າວປາໄສປະຫວັດສາດ” ຕໍ່ໜ້າກອງປະຊຸມສະຫະພັນອາຣັບ ຢູ່ອີຢິບ ໃນວັນທີ 02 ກຸມພາ. ທ່ານກໍ່ສະແດງ “ຄວາມຫວັງວ່າ ບັນດາປະເທດອາຣັບ ຈະມີການກະທຳຄືດັ່ງກຳລັງສະໜັບສະໜູນໃຫ້ແກ່ທັດສະນະຂອງປາແລັດສະຕິນ”.

          ບັນດາຄຳຖະແຫຼງດັ່ງກ່າວຖືກຍົກອອກມາແມ່ນສ່ວນໜຶ່ງໃນປະຕິກິລິຍາຂອງປາແລັດສະຕິນ ພາຍຫຼັງທີ່ທ່ານປະທານາທິບໍດີອາເມລິກາ Donald Trump ປະກາດແຜນການສ້າງສັນຕິພາບຢູ່ຕາເວັນອອກກາງ, ເຊິ່ງປາແລັດສະຕິນ ເຄີຍຄັດຄ້ານຢ່າງແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ