ປ່ຽນໃໝ່ການສຶກສາຍາມໃດກໍ່ໃຫ້ບູລິມະສິດກ່ຽວກັບສິດຜົນປະໂຫຍດຂອງນັກຮຽນ

ປ່ຽນໃໝ່ການສຶກສາຍາມໃດກໍ່ໃຫ້ບູລິມະສິດກ່ຽວກັບສິດຜົນປະໂຫຍດຂອງນັກຮຽນ - ảnh 1
(ພາບປະກອບ)

(vovworld) – ​ສົກ​ຮຽນ 2014 – 2015 ​ແມ່ນ​ປີ​ທີ່​ມີ​ຄວາມ​ໝາຍ​ໃນ​ການ​ຫັນ​ການ​ປະຕິບັດ​ມະຕິ​ເລກທີ 29 ຂອງ​ສູນ​ກາງພັກ ກ່ຽວກັບ​ການປ່ຽນ​ໃໝ່​ໂດຍ​ພື້ນຖານ ​ແລະ ຮອບດ້ານ​ການ​ສຶກສາ ​ແລະ ບຳລຸງ​ສ້າງ​​​ໃຫ້​ປະກົດ​ຜົນ​ເປັນ​ຕົວ​ຈິງ. ​​ໃນ​ລາຍການ​ປະຊາຊົນ​ຖາມລັດຖະມົນຕີ​ຕອບ, ຈັດ​ຂຶ້ນ​ໃນ​ຕອນ​ຄໍ່າ​ວັນ​ທີ 24/08 , ທ່ານ​ລັດຖະມົນຕີ​ການ​ຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ, ສາດສະດາຈານ, ດ.ຣ ຟ້າ​ມຫວູລ້ວນ ຢືນຢັນ​ວ່າ: ການ​ປ່ຽນ​ໃໝ່​ການ​ສຶກສາ ​ແລະ ບຳລຸງ​ສ້າງ, ​ໃນ​ນັ້ນມີ​ການ​ສ້າງ​ຫຼັກ​ສູດ - ປື້​ມ​​ແບບຮຽນ​ໃໝ່, ປ່ຽນ​ໃໝ່​ວຽກ​ງານ​ສອບ​ເສັງ ​ແລະ ກວດກາ​ຕີ​ລາຄາ​ໃນ​ເວລາ​ຈະ​ມາ​ເຖິງ ຍາ​​ມ​ໃດກໍ່​​ໃຫ້​ບູລິ​ມະ​ສິດ​ດ້ານ​ສິດຜົນປະ​​ໂຫຍ​ດຂອງ​ນັກຮຽນ. ທ່ານ​ລັດຖະມົນຕີ ຟ້າ​ມຫວູລ້ວນ ກໍ່​ໃຫ້​ຮູ້​ວ່າ: ການ​ປ່ຽນ​ໃໝ່​ການ​ການ​ສອບ​ເສັງ​ແມ່ນ​ຈຳ​ເປັນ ​ເມື່ອ​ບັນດາ​ວິທີ​ສອບ​ເສັງ​ເ​ກົ່າບໍ່​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ​ພາຍ​ໃນ​ປະ​ເທດ ກໍ່​ຄື​ຄວາມ​ຕ້ອງການ​ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ສາກົນ. ​ໄລ່​ມາ​ຮອດ​ຈຸດ​ເວລາ​ນີ້, ວິທີ​ປ່ຽນ​ໃໝ່​ໄດ້​ສ້າງ​ເປັນ​ຮູບ​ແບບ ​ແລະ ປະກາດ​ຢ່າງ​ກວ້າງຂວາງ​ເພື່ອ​ຮັບ​ເອົາ​ຄຳ​ເຫັນ​ຈາກ​ທົ່ວສັງ​ຄົມ. ທ່ານ​ລັດຖະມົນຕີ ຟ້າ​ມຫວູລ້ວນ ຢືນຢັນ​ວ່າ “​ໃນ​ວິວັດ​ການຈັດ​ຕັ້ງ​ວິທີ​ສອບ​ເສັງ​ໃໝ່, ບັນດາ​ສ່ວນ​ຫຍຸ້ງຍາກ​ຈະ​ຂຶ້ນ​ກັບ​ຂະ​ແໜງ​ສຶກສາ ​ແລະ ບັນດາ​ນັກ​ຄຸ້ມ​ຄອງ ​ເພື່ອ​​ແນ​ໃສ່ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ນັກ​ຮຽນ ​ແລະ ພໍ່​ແມ່​ນັກຮຽນ”.

ຂ່າວ/ບົດ​ອື່ນ