ປ່ຽນໃໝ່ລະບົບສາທານະນະສຸກ, ຍົກສູງ ຄຸນນະພາບແຫຼ່ງກຳລັງສາທາລະນະສຸກຢູ່ໄຕງວຽນ

ປ່ຽນໃໝ່ລະບົບສາທານະນະສຸກ, ຍົກສູງ ຄຸນນະພາບແຫຼ່ງກຳລັງສາທາລະນະສຸກຢູ່ໄຕງວຽນ - ảnh 1
(ພາບປະກອບ)

(vovworld) – ປະຈຸ​ບັນ​ເຂດ​ໄຕ​ງວຽນ ພວມ​ມີ​ 880 ຮາກ​ຖານ​ກວ​ດ, ປິ່ນປົວ​ພະຍາດ, ຄິດ​ສະ​ເລ່ຍມີ​ທ່ານໝໍ 68 ຄົນຕໍ່ປະຊາຊົນ 1 ​ແສນຄົນ, ອັດຕາພະນັກງານ​ການ​​ແພດ​ເຄື່ອນ​ໄຫວ​ຢູ່​ບ້ານ, ​ເມືອງ​ແມ່ນ 99,9%. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ກະຊວງ​ສາທາລະນະ​ສຸກ ​ແລະ ບັນດາ​ແຂວງ​ໄຕ​ງວຽນ ​ໄດ້​ຜັນ​ຂະຫຍາຍຫຼາຍ​ນະ​ໂຍບາຍ​ເພື່ອ​ປັບປຸງ ​ແລະ ພັດ​ທະ​ນາ​ລະບົບ​ຕອບ​ສະໜອງ​ດ້ານ​ການ​ບໍລິການ​ສາທາລະນະ​ສຸກ, ລະບົບ​ຮາກ​ຖານ​ສາທາລະນະ​ສຸກ​ຂອງ​ເຂດ. ທີ່​ກອງ​ປະຊຸມ “​ເພີ່ມ​ທະວີ​ວຽກ​ງານ​ສາທາລະນະ​ສຸກ​ເຂດ​ໄຕ​ງວຽນ”, ​ເຊິ່ງຖືກດຳ​ເນີນ​ໃນ​ວັນ​ທີ 27/01, ຢູ່​ແຂ​ວງດັກ​ລັກ, ​ໂດຍ​ກະຊວງ​ສາທາລະນະ​ສຸກ​ຈັດ​ຕັ້ງ, ບັນດາ​ຜູ້​ແທນ​ໄດ້​ຍົກ​ອອກ​ມາດ​ຕະການ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການກວດ, ປິນປົວ​ພະຍາດ​ຂັ້ນ​ຮາກ​ຖານ, ວຽກ​ງານປ້ອງ​ກັນ​ດ້ານສາທາລະນະ​ສຸກ​, ​ແຫຼ່ງກຳລັງ​ໃຫ້​ສາທາລະນະ​ສຸກ​​ໃຫ້​ເຂດ​ໄຕ​ງວຽນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ຫງວຽນ​ທິກິມຕ໋ຽນ ຖື​ວ່າ, ​ໂຄງການ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ປະຊາຊົນ​ໄຕ​ງວຽນ ​ໄລຍະ 2 ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່​ບັນດາ​ແຂວງ​ໄຕ​ງວຽນ ​ໃນ​ໄລຍະ​ຈະ​ມາ​ເຖິງດ້ວຍ​ຍອດ​ມູນ​ຄ່າ 76 ລ້ານ USD ຈະ​ປະກອບສ່ວນ​ປັບ​ປຸງ​ຄຸນ​ນະພາ​ບດ້ານສາທາລະນະ​ສຸກ, ຄຸຸນນະພາ​ບກວດ, ບິ່ນປົວ​ພະຍາດ, ຍົກ​ສູງ​ສຸຂະພາບຂອງ​ປະຊາຊົນ, ພິ​ເສດ​ແມ່ນ​ປະຊາຊົນ​ເຂດ​ຫ່າງ​ໄກ​ຊອກ​ຫຼີກ.
ຂ່າວ/ບົດ​ອື່ນ