ປ່ຽນໃໝ່ເຕັກນິກເພື່ອພັດທະນາກະຈາຍສຽງ,ໂທລະພາບ

ປ່ຽນໃໝ່ເຕັກນິກເພື່ອພັດທະນາກະຈາຍສຽງ,ໂທລະພາບ - ảnh 1
ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ແຜນ​ການ​ວຽກ​ງານ​ປີ 2015 ແລະ ສະ​ຫລຸບ​ຂະ​ບວນ​ການ​ແຂ່ງ​ຂັນ​ໃນ​ຂົງ​ເຂດ​ກະ​ຈາຍ​ສຽງ - ໂທ​ລະ​ພາບ ປີ 2014
(ພາບ: Mic.gov.vn)


(vovworld) – ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ແຜນ​ການ​ວຽກ​ງານ​ປີ 2015 ແລະ ສະ​ຫລຸບ​ຂະ​ບວນ​ການ​ແຂ່ງ​ຂັນ​ໃນ​ຂົງ​ເຂດ​ກະ​ຈາຍ​ສຽງ - ໂທ​ລະ​ພາບ ປີ 2014, ບາງ​ໜ້າ​ທີ່​ຈຸດ​ສຸມ​ໃນ​ປີ 2015 ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 16/3, ຢູ່​ນະ​ຄ​ອນ ທ໋າຍງວຽນ. ປີ 2014, ບັນ​ດາ​ວິ​ທະ​ຍຸ​ກະ​ຈາຍ​ສຽງ - ໂທ​ລະ​ພາບ ໄດ້​ຕິດ​ຕາມສະ​ພາບ​ການ​ຕົວ​ຈິງ​ຂອງ​ຊີ​ວິດ​ສັງ​ຄົມ, ປະ​ຕິ​ບັດໜ້າ​ທີ​ໂຄ​ສະ​ນາ​ເຜີຍ​ແຜ່, ຕອບ​ສະ​ໜອງ​ຄວາມ​​ຕ້ອງ​ການໄດ້​ຮັບຂໍ້​ມູນ​ຂ່າວ​ສານ​ຂ​ອງ​ປະ​ຊາ​ຊົນ​ເປັນ​ຢ່າງ​ດີ. ຄຸນ​ນະ​ພາບ ແລະ ເວ​ລາ​ອອກ​ອາ​ກາດ​ຂອງ​ບັນ​ດາ​ລາຍ​ການ ກະ​ຈາຍ​ສຽງ - ໂທ​ລະ​ພາບ ໄດ້​ຮັບ​ການ​ປັບ​ປຸງ ແລະ ຍົກ​ສູງ. ເລື່ອງ​ຮ່ວມ​ມື​ຜະ​ລິດ​ລາຍ​ການ, ຮ່ວມ​ມື​ສາ​ກົນ​ໄດ້​ຮັບ​ການ​ເປີດ​ກ້​ວາງ, ຍູ້​ແຮງ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການ​ໂຄ​ສະ​ນາ​ເຜີຍ​ແຜ່. ທີ່ກອງ​ປະ​ຊຸມ, ຜູ້​ຕາງ​ໜ້າ​ບັນ​ດາ ​ວິ​ທະຍຸ​ກະ​ຈາຍສຽງ - ໂທ​ລະ​ພາບ ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຫຼາຍ​ບັ​ນ​ຫາ. ທ່ານ ເຈືອງ​ມິງ​ຕ໋ວນ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ຖະ​ແຫຼງ​ຂ່​າວ, ສື່​ສານ ເນັ້ນ​ໜັກ​ວ່າ:

        “ກໍ່​ສ້າ​ງ​ລະ​ບົບ​ສື່​ສານ​ທີ່​ທັນ​ສະ​ໄໝ, ​ຖືເຕັກ​ນິກ​ກ້າວ​ໜ້າ​ເປັນ​​​ເສົາ​ຄ້ຳເພື່ອກໍ່​ຄວາມ​ສາ​ມາ​ດ​ໃນການ​ຜະ​ລິດ​ເນື້ອ​ໃນ​ລາຍ​ການ. ຖືການ​ສ້າງ​ເນື້ອ​ໃນ​ພື້ນ​ຖານ​ເພື່ອ​ຕອບ​ສະ​ໜອງ​ຄວາມ​​ຕ້ອງ​ການ​ຂອງ​ມະ​ຫາ​ຊົນ, ສ້າງ​ໂຄງ​ປະ​ກອບ​ການ​ຈັດ​ຕັ້ງ​ພາຍ​ໃນ​​ຂອງບັນ​ດາ​ອົງ​ການ​ສື່​ສານເປັນ​ຢ່າງ​ດີ. ສ້າງ​ຕັ້ງ​ກົນ​ໄກ​ຄຸ້ມ​ຄອງ​ສື່​ສານ​ຢ່າງ​ມີ​ວິ​ທະ​ຍາ​ສາດ ແລະ ປະ​ສິດ​ທິ​ຜົນ, ສຸດ​ທ້າຍ​ແມ່ນກໍ່​ສ້າງ​ບາງ​ກຸ່ມບ​ໍ​ລິ​ສັດ​ສື່​ສານ​ຕາມ​ຮູບ​ແບບ​​ໃໝ່​ທີ່ມີ​ຄວາມ​ສາ​ມາດ​ຢ່າງ​ແທດ​ຈິງ, ມີ​ກ​ຳ​ລັງ​ຄວາມ​ສາ​ມາດ​ໂຄ​ສະ​ນາ​ເຜີຍ​ແຜ່​ດ້ວຍ​ຜົນ​ສະ​ທ້ອນ​ຢ່າງ​ແຮງ​ຢູ່​ພາກ​ພື້ນ ແລະ ໂລ​ກ.”

ຂ່າວ/ບົດ​ອື່ນ